ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ-ປາ​ກິດ​ສະຖານ ບັນລຸ​ຂໍ້​ຕົກລົງ​ຮ່ວມ​ກັນ​ ສົ່ງ​ນັກ​ບິນ​ອາ​ວະ​ກາດ​ຂຶ້ນ​ສູ່​ວົງ​ໂຄຈອນ

     ​ຈາງ ຈິງ​ປໍ (Zhang Jingbo) ໂຄສົກ​ຂອງ​ສຳນັກງານ​ອາ​ວະ​ກາດ​ທີ່​ມີ​ມະນຸດ​ຄວບ​ຄຸມ​ຂອງ​ຈີນ (CMSA) ໄດ້​ປະກາດ​ເຖິງ​ການ​ຮ່ວມ​ມື​
ລະຫວ່າງ​ລັດຖະບານ​ຈີນ ແລະ ປາ​ກິດ​ສະຖານ​ເປັນ​ຄັ້ງ​ທຳ​ອິດ ໃນ​ງານ​ແຖງ​ຂ່າວ​ທີ່​ຖານ​ປ່ອຍ​ຈະ​ຫຼວດ ຈິ່ວ​​ເ​ວີຍ ໃນ ​ມື້ກ່ອນ​ທີ່​ຈະ​ມີ​ການປ່ອຍ​
ຍານ ​ເສິນ​ໂຈວ​ ຄັ້ງ​ທີ 21 ໃນ​ວັນ​ທີ 31 ຕຸລາ ທີ່​ຜ່ານ​ມາ​ນີ້ວ່າ: ຈີນ ແລະ ປາ​ກິດ​ສະຖານ ໄດ້​ບັນລຸ​ຂໍ້​ຕົກລົງ​ຮ່ວມ​ກັນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ໃນ
​ການ​ສົ່ງ​ນັກ​ບິນ​ອາ​ວະ​ກາດ ປາ​ກິດ​ສະຖານ ຂຶ້ນ​ໄປ​ສູ່​ສະຖານີ​ອາ​ວະ​ກາດ ທຽນ​ກົງ.

     ໃນ​ຂະນະ​ນີ້ ທາງ​ການ​ປາ​ກິດ​ສະຖານ ກຳລັງ​ເລີ່ມ​ການ​ຄັດ​ເລືອກ​ນັກ​ບິນ​ອາ​ວະ​ກາດ​ຮອບ​ທຳ​ອິດ​ຜູ້​ທີ່​ຜ່ານ​ການ​ຄັດ​ເລືອກ​ໃນ​ຮອບ​ນີ້ຈະ​ຕ້ອງ
​ເດີນທາງ​ໄປ​ປະເທດ​ຈີນ​ເພື່ອ​ຄັດ​ເລືອກ​ໃນ​ຮອບ​ທີ​ສອງ ແລະ ຮອບ​ທີ​ສາມ​ຕໍ່​ໄປ. ເມື່ອ​ການ​ຄັດ​ເລືອກ​ສຳເລັດ​ຮຽບ​ຮ້ອຍ​ແລ້ວ ນັກ​ບິນ​ອາ​ວະ​ກາດ
​ຊາວ​ປາ​ກິດ​ສະຖານ​ຈະ​ໄດ້​ບິນ​ໄປ​ພ້ອມ​ກັບ​ນັກ​ບິນ​ອະ​ວະ​ກາດ​ຊາວ​ຈີນ​ອີກ 2 ຄົນ ໃນ​ພາລະກິດ ເສິນ​ໂຈວ 22 ໃນ​ປີ 2026. ເຖິງ​ແມ່ນ​ວ່າ
CMSA ຈະ​ບໍ່​ຢືນຢັນ​ວ່າ​ພາລະກິດ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ເວລາ​ໃດ ຫຼື ນັກ​ບິນ​ປາ​ກິດ​ສະຖານ ຈະ​ຢູ່​ໃນ​ສະຖານີ​ອະ​ວະ​ກາດ ທຽນ​ກົງ ດົນ​ນານ​ເທົ່າໃດ,
ແຕ່​ນີ້​ເປັນ​ນັກ​ບິນ​ອະ​ວະ​ກາດ​ຕ່າງປະເທດ​ຄົນ​ທຳ​ອິດ​ທີ່​ຈະ​ໄດ້​ເດີນທາງ​ໄປ​ສະຖານີ​ອະວະ​ກາດ ທຽນ​ກົງ. ນອກຈາກ​ນັ້ນ ນັກ​ບິນ​ຊາວ​ປາ​ກິດສະຖານ
​ຍັງ​ຈະ​ໄດ້​ຢູ່​ໃນສະຖານີ​ອະ​ວະກາດ​ທຽນ​ກົງ​ ດົນ​ເຖິງ 1 ປີ​ເຕັມ ເພາະ​ແທນ​ທີ່​ຈະ​ກັບ​ໂລກ​ພ້ອມ​ກັບ​ພາ ລະກິດ​ເສິນ​ໂຈວ 22 ທາງ​ຈີນ​ໄດ້​ສະໜອງ
​ໃຫ້​ນັກ​ບິນ​ປາ​ກິ​ສະຖານ ກັບ​ມາ​ພ້ອມ​ກັບ​ຍານ​ເສິນ​ໂຈວ 23 ແທນ. ສະຖານີ​ອະ​ວະ​ກາດ ທຽນ​ກົງ ແມ່ນ​ສະຖານີ​ອະ​ວະ​ກາດ​ຫຼັກ ແລະ ມີ​ມະ
ນຸດ​ອາໄສ​ຢູ່​ພຽງ​ແຫ່ງ​ດຽວ​ຂອງ​ຈີນ ທີ່​ຖືກ​ອອກ​ແບບ​ໃຫ້​ມີ​ອາຍຸ​ການ​ໃຊ້​ງານ​ໄດ້​ດົນ​ເຖິງ 15 ປີ. ສະຖານີ​ອະ​ວະ​ກາດ​ນີ້​ປະກອບ​ມີ 3 ໂມ​ດູນຫຼັກ ​ຄື:
1. ໂມດູນ​ຫຼັກ “ທຽນ​ເຫີ” ທີ່​ເຮັດ​ໜ້າທີ່​ເປັນ​ສູນ​ຄວບ​ຄຸມ ແລະ ບໍລິຫານ​ງານ​ຕ່າງໆ ພ້ອມ​ທັງ​ເປັນ​ບ່ອນ​ອາໄສ​ຂອງ​ລູກ​ເຮືອ​ຈຳນວນ 3-6 ຄົນ ທີ່​ຈະ​
ຜັດ ປ່ຽນ​ທຸກໆ 6 ເດືອນ, 2. ໂມ​ດູນ​ປະຕິບັດ​ງານ “ເຫ​ວິນ​ທຽນ” 3. ໂມ​ດູນ​ປະຕິບັດ​ງານ “ເມີງ​ທຽນ”. ສະຖານີ​ອະ​ວະ​ກາດ​ທຽນ​ກົງ​ນີ້ ທາງ​ຈີນ
​ໄດ້​ເຜີຍ​ວ່າ​ສ້າງ​ຂຶ້ນ​ເພື່ອ​ແທນ​ທີ່​ສະຖານີ​ອາ​ວະ​ກາດນາ​ນາ​ຊາດ (ISS) ທີ່​ກຳລັງ​ຈະ​ຖືກ​ປົດ​ປະຈຳການ​ໃນ​ຊ່ວງ​ເວລາ​ບໍ່​ຊ້າ​ນີ້ ແລະ ເພື່ອ​ເປີດ​ໂອກາດ
ໃຫ້​ນັກ​ບິນ​ອາ​ວະ​ກາດ​ຈາກ​ຫຼາຍ​ປະເທດ​ເຂົ້າ​ເຖິງ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/11/2025