ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກາ​ຕາ ຈັດ​ກອງ​ປະຊຸມ​ສຸກ​ເສີນຮ່ວມກັບບັນດາປະເທດ ອາ​ຣັບ ​ແລະ ອິດ​ສະ​ລາມ

     ​ໃນ​ວັນ​ທີ 14 ກັນຍາ 2025  ທີ່​ປຶກສານາຍົກ ລັດຖະມົນຕີ ແລະ ໂຄສົກ​ກະຊວງ​ການ​ຕ່າງປະເທດ ກາ​ຕາ ໃຫ້​ຮູ້​ກອງ​ປະຊຸມ​ສຸດ​ຍອດ
ອາ​ຣັບ ​ແລະ ອິດ​ສະ​ລາມ ໄດ້​ປຶກສາ​ຫາ ລື​ກ່ຽວ​ກັບ​ຮ່າງ​ຖະແຫຼງການ​ກ່ຽວຂ້ອງ​ເຖິງ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ອິດ​ສະ​ຣາ​ແອນ ແນໃສ່​
ນະຄອນຫຼວງ ໂດ​ຮາ ໃນ​ວັນ​ທີ 09 ກັນຍາ ​ຜ່ານ​ມາ.

     ໂຄສົກ​ກະຊວງ​ການ​ຕ່າງປະເທດ ກາ​ຕາ ໄດ້​ກ່າວ​ເນັ້ນ​ໜັກ​ວ່າ: ເລື່ອງ​ຮຽກ​ໂຮມ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ໃນ​ຈຸດ​ເວລາ​ນີ້​ມີ​ຄວາມ​ໝາຍ​ສຳ
ຄັນ, ສ່ອງ​ແສງ​ຄວາມ​ສາມັກຄີ​ຂອງ​ບັນດາ​ປະເທດ ອາ​ຣັບ ແລະ ອິດ​ສະ​ລາມ ກັບ​ປະເທດ ກາ​ຕາ ຕໍ່​ກັບ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາກາດ​ທີ່​ແນໃສ່​
ການ​ນຳ​ຂະ​ບວນ​ການ ອິດ​ສະ​ລາມ ຮາ​ມາ​​ສ ຢູ່​ນະຄອນຫຼວງ ໂດ​ຮາ, ພ້ອມ​ກັນ​ນັ້ນ, ກໍ​ສ່ອງ​ແສງ​ຫຼັກ​ໝັ້ນ​ແຂງ​ແກ່ນ​ຂອງ​ບັນດາ​ປະເທດ​ອາ​ຣັບ
ຕໍ່​ກັບ​ການ​ກະທຳ​ໂດຍ ອິດ​ສະ​ຣາ​ແອນ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/09/2025