ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັດຕາ​ຄວາມທຸກ​ຍາກ​ຂອງ​ຣັດ​ເຊຍ ປີ 2025 ຫຼຸດ​ລົງ​ເຫຼືອ 6,7%

     ​ວັນ​ທີ 16 ມີນາ​ ໃນ​ລະຫວ່າງ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ກະຊວງ​ແຮງ​ງານ ແລະ ການ​ປົກ​ປ້ອງ​ສັງຄົມ​ຂອງ​ຣັດ​ເຊຍ, ທ່ານ
ທັດ​ຍາ​ນາ ໂກ​ລິ​ໂກ​ວາ ຮອງ​ນາຍົກ ລັດຖະມົນຕີ​ຣັດ​ເຊຍ ໄດ້​ເປີດເຜີຍ​ວ່າ, ອັດຕາ​ຄວາມທຸກ​ຍາກ​ຂອງ​ຣັດ​ເຊຍ​ຫຼຸດ​ລົງ​ເຫຼືອ 6,7% ໃນ​
ປີ 2025, ຫຼຸດ​ລົງ 0,4 ຈຸດ ຈາກ​ປີ​ກ່ອນ.

     ທ່ານ ໂກ​ລິ​ໂກ​ວາ ກ່າວ​ວ່າ: ຄວາມທຸກ​ຍາກ​ທີ່​ຫຼຸດ​ລົງ​ນັ້ນ​ມີ​ປັດ​ໄຈ​ມາ​ຈາກ​ການ​ເພີ່ມ​ຂຶ້ນ​ຂອງ​ຄ່າ​ແຮງ​ງານ, ມາດ​ຕະການ​ສະໜັບສະ
ໜູນ​ການ​ຈ້າງ​ງານ ແລະ ໂຄງການ​ຊ່ວຍເຫຼືອ​ທາງ​ສັງຄົມ​ແບບ​ເນັ້ນ​ເປົ້າ​ໝາຍ. ໜຶ່ງ​ໃນ​ເຄື່ອງມື​ຫຼັກ​ທີ່​ສະໜັບສະໜູນ​ພົນລະເມືອງ​ ທີ່​ມີ​ລາຍ
​ໄດ້​ຕ່ຳ​ແມ່ນ​ໂຄງການ​ສັນຍາ​ການ​ຈ້າງ​ງານ​ທາງ​ສັງຄົມ ເຊິ່ງ​ລັດຖະບານ​ຈະ​ໃຫ້ການ​ຊ່ວຍເຫຼືອ​ຄົວ​ເຮືອນ​ທີ່​ຂັດ​ສົນ​ເຊັ່ນ: ການ​ບໍລິການ​ທາງ​ສັງ
ຄົມ, ການ​ຈ່າຍ​ເງິນສົດ ແລະ ເງິນ​ອຸດ​ໜູນ​ສຳລັບ​ການ​ຊື້​ສິນຄ້າ​ອຸປະໂພກ​ບໍລິໂພກ​ທີ່​ຈຳເປັນ. ໂດຍ​ຊາວ​ຣັດ​ເຊຍ​ທີ່​ເຂົ້າ​ຮ່ວມ​ໃນ​ໂຄ​ງານ​ນີ້​
ຫຼາຍ​ກວ່າ 44% ສາມາດ​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ໄດ້.

ແຫຼ່ງທີ່ມາ: ຂກທ
ວັນທີ 17/03/2026