ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ້າງ​ສູນ​ການ​ເງິນ​ສາກົນ ຢູ່​ນະຄອນ​ໂຮ່​ຈີ​ມິນ ໃຫ້ກາຍເປັນ​ທະນາຄານ​ພັດທະນາ

     ​ຕາມ​ຂ່າວ (VOVWORLD) ຫວຽດນາມ, ການ​ປະກາດ​ສ້າງ​ສູນ​ການ​ເງິນ​ສາກົນ ຢູ່​ນະຄອນ​ໂຮ່​ຈີ​ມິນ ໃຫ້​ກາຍເປັນ​ທະ​ນາ​ຄານ
ຂອງ​ການ​ພັດທະນາ, ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ບານພັບ, ຫັນປ່ຽນ​ສະພາບ​ຈາກ​ການ​ຫັນ​ແຜນ​ນະໂຍບາຍ​ຂອງ​ພັກ​ເປັນ​ລະບອບ​
ລະບຽບ​ການ ມາ​ເປັນ​ບາດກ້າວ​ປະຕິບັດ, ເຄື່ອນ​ໄຫວ​ເຄື່ອງມື​ໜຶ່ງ, ມາດ​ຕະການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ການ​ເງິນ​ທີ່​ທັນ​ສະໄໝ ໃນ​ວິວັດ
​ການ​ບືນ​ຕົວ​ຂຶ້ນ​ຂອງ​ປະເທດ​ຊາດ. ຕອນ​ເຊົ້າ​ວັນ​ທີ 12 ກຸມພາ, ເຂົ້າ​ຮ່ວມ​ພິທີ​ເປີດ​ນຳ​ໃຊ້ ສູນ​ການ​ເງິນ​ສາກົນ ຫວຽດນາມ ຢູ່​ນະຄອນ
ໂຮ່​ຈີ​ມິນ, ທ່ານ ຟ້າມ ​ມິງ ​ຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີ​ຕ້ອງ​ສ້າງ​ສູນ​ການ​ເງິນ​ສາກົນ ຫວຽດນາມ ຢູ່​ນະຄອນ ໂຮ່​ຈີ​ມິນ
ໃຫ້ກາຍເປັນກຳລັງ​ໜູນ, ບ່ອນ​ອີງ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ​ປະເທດ​ຊາດ.

     ທ່ານ ຟ້າມ ​ມິງ ​ຈິງ ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ບານພັບ, ຫັນປ່ຽນ​ສະພາບ​ຈາກ​ການ​ຫັນ​ແຜນ​ນະໂຍບາຍ
​ຂອງ​ພັກ​ເປັນ​ລະບອບ​ລະບຽບ​ການ ມາ​ເປັນ​ບາດກ້າວ​ປະຕິບັດ, ເຄື່ອນ​ໄຫວ​ເຄື່ອງມື​ໜຶ່ງ, ມາດ​ຕະການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ການ​ເງິນ
​ທີ່​ທັນ​ສະໄໝ ໃນ​ວິວັດ​ການ​ບືນ​ຕົວ​ຂຶ້ນ​ຂອງ​ປະເທດ​ຊາດ. ໂດຍ​ນັ້ນ​ໜັ້ກ​ເຖິງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຜັນ​ຂະຫຍາຍ, ພ້ອມ​
ທັງ ສະເໜີ​ວ່າ: ບັນດາ​ນັກ​ລົງທຶນ​ສາກົນ ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ທັນທີ, ເປີດ​ກວ້າງ​ການ​ມີໜ້າ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ການ​ຄຸ້ມ​
ຄອງ​ການ​ເງິນ, ເຂົ້າ​ຮ່ວມ​ບັນດາ​ເສົາຄ້ຳ​ຢ່າງ​ເລິກເຊິ່ງ ຄື: ການບິນ, ການ​ເດີນ​ເຮືອ, ການເງິນດີຈີຕອລ(fintech)...ບັນດາ​ວິ​ສາ​ຫະ​ກິດ
ຫວຽດນາມ ບໍ່​ອາດ​ຢືນ​ຢູ່​ນອກ, ເປັນຕົ້ນ​ແມ່ນ ບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ຕ້ອງ​ພ້ອມ​ກັນ​ເຮັດ, ສົ່ງເສີມ, ແກ້ງແຍ້ງ,ຕ້ອງ​ນຳໜ້າ​ພາ​ທາງ​
ກາຍເປັນ​ສະມາຊິກ​ຜູ້​ສ້າງຕັ້ງ, ນຳ​ໃຊ້​ການ​ບໍລິການ​ຂອງ​ສູນ ເພື່ອ​ລະດົມ​ເງິນ​ລົງທຶນ​ສາກົນ, ອອກ​ພັນທະບັດ, ພັດທະ ນາ​ແບບ​ກວມ​
ລວມ, ຄຸ້ມ​ຄອງ​ຄວາມ​ສ່ຽງ​ຢ່າງ​ມີ​ປະ​ສິດທິ​ຜົນ. ຫັນ​ສູນ​ການ​ເງິນ​ສາກົນ ຫວຽດນາມ ໃຫ້​ກາຍເປັນ​ກຳລັງ​ໜູນ, ເປັນ​ບ່ອນ​ອີງ​ຢ່າງ​ໝັ້ນ​
ແກ່ນ ເພື່ອ​ເຕີບ​ໂຕ, ກາຍເປັນ​ປະ​ພະ​ຄານ​ຂອງ​ການ​ພັດທະນາ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/02/2026