ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ກຽມພ້ອມ​ຫັນປ່ຽນ​ທິດ​ສົ່ງ​ອອກ​ພະລັງງານເຊື້ອໄຟ ໄປ​ຍັງ​ປະເທດ​ເພື່ອນ​ມິດ

     ​ວິທະຍຸ​ກະຈາຍສຽງ ຫວຽດນາມ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ທ່ານ ອາເລັກຊານເດີ ໂນວັກ (Alexander Novak) ຮອງ​ນາຍົກ
ລັດຖະມົນຕີ ຣັດ​ເຊຍ ໃຫ້​ຮູ້​ວ່າ: ຣັດ​ເຊຍ ມີ​ຄວາມ​ສາມາດ​ປ່ຽນ​ແທນຕະຫຼາດເອີ​ຣົບ ດ້ວຍ​ບັນດາ​ຄູ່​ຮ່ວມ​ມື​ທີ່​ເປັນ​ມິດ​ອື່ນໆ, ກຽມພ້ອມ​
ຮັກສາ​ສາຍ​ພົວພັນ ຮ່ວມ​ມື​ຍາວ​ນານ ແລະ ມີ​ສະຖຽນ​ລະ​ພາບ​ໃນ​ຂົງເຂດ​ພະລັງງານ.

     ທ່ານ Novak ຄາດ​ວ່າ: ບັນດາ ບໍລິສັດ​ພະລັງງານ​ຂອງ​ຣັດ​ເຊຍ ຈະ​ເພີ່ມ​ທະວີ​ແຫຼ່ງ​ສະໜອງ​ໃຫ້​ບັນດາຕະຫຼາດ​ໃໝ່ ແລະ ພວມ​ດຳ
ເນີນ​ການ​ເຈ​ລະ​ຈາ ກັບຫຼາຍ​ຄູ່​ຮ່ວມ​ມື. ຖະແຫຼງການ ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ການ ຣັດ​ເຊຍ ພວມ​ພິຈາລະນາ​ດັດ​ປັບ​ຍຸດ​ທະ​
ສາດສົ່ງ​ອອກ​ພະລັງງານ​ພາຍຫຼັງ​ສະຫະພາບ ເອີ​ຣົບ (EU) ຕົກລົງຫຼຸດຜ່ອນ ແລະ ດຳເນີນ​ການ​ຢຸດຕິ​ການ​ນຳ​ເຂົ້າ​ອາຍ​ແກັດ ຈາກ ຣັດ​ເຊຍ.
ກ່ອນ​ໜ້າ​ນັ້ນ, ທ່ານ ວະລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ ​ຣັດ​ເຊຍ ປະກາດວ່າ: ການ​ຢຸດຕິ ການ​ສະໜອງ​ອາຍ​ແກ​​ັສ ໃຫ້​ແກ່ ເອີ​ຣົບ ໃນ​
ໄວໆ​ນີ້​ອາດ​ຈະ​ນຳ​ມາ ​ເຊິ່ງ​ຜົນ​ປະໂຫຍດ​ໃຫ້​ແກ່​ຣັດ​ເຊຍ, ເມື່ອ​ສະຫະພາບ ເອີ​ຣົບ ​ພວມ​ຜັນ​ຂະຫຍາຍ​ບັນດາມາດ​ຕະການຈຳກັດ​ສຳລັບ​
ເຊື້ອໄຟ ​ຈາກ​ຣັດ​ເຊຍ ໂດຍສະເພາະຈະຢຸດຕິຊົມໃຊ້ໃນປີ 2027.

ແຫຼ່ງທີ່ມາ: ຂກທ
ວັນທີ 16/03/2026