
ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກວດກາ ສູນກາງ ພັກຄອມມູນິດຈີນ ສະໄໝທີ 20

ວັນທີ 12 ມັງກອນນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະ
ນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກວດກາສູນກາງພັກຄອມມູ
ນິດຈີນສະໄໝທີ 20.
ທ່ານເນັ້ນໜັກວ່າຕ້ອງຍຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ, ຊຸກຍູ້ການຄຸ້ມຄອງພັກຢ່າງຮອບດ້ານ ແລະ ເຂັ້ມງວດ
ດ້ວຍມາດຕະຖານທີ່ສູງກວ່າເກົ່າ ແລະ ມາດຕະການແທ້ຈິງກວ່າເກົ່າ, ເອົາອຳນາດຂັງໄວ້ໃນຄອກແຫ່ງລະບຽບການຢ່າງມີວິທະຍາສາດ ແລະ
ມີປະສິດທິຜົນກວ່າເກົ່າ, ຊຸກຍູ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງມີສະຕິ ແລະ ເດັດຂາດກວ່າເກົ່າ, ສະໜອງການຮັບປະກັນທີ່ເຂັ້ມແຂງ
ເພື່ອບັນລຸໜ້າທີ່ເປົ້າໝາຍໃນໄລຍະ “ແຜນພັດທະນາ 5 ປີຄັ້ງທີ XV ”. ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ໄລຍະ “ແຜນພັດທະນາ 5 ປີຄັ້ງທີ XV
”ເປັນໄລຍະທີ່ເປັນຂໍກຸນແຈຕໍ່ການບັນລຸຄວາມທັນສະໄໝສັງຄົມນິຍົມໃນຂັ້ນພື້ນຖານ, ອົງການຈັດຕັ້ງພັກທຸກຂັ້ນ, ສະມາຊິກພັກ ແລະ ພະ
ນັກງານຈຳນວນຫຼວງຫຼາຍຕ້ອງເພີ່ມທະວີຄວາມຮັບຜິດຊອບທາງການເມືອງ ແລະ ພາລະກຳດ້ານປະຫວັດສາດ, ປິ່ນອ້ອມຢ່າງແໜ້ນແຟ້ນຕໍ່
ຄວາມຮຽກຮ້ອງຂອງວຽກງານການປະຕິບັດທັດສະນະພັດທະນາແບບໃໝ່, ຊຸກຍູ້ການພັດທະນາໃນຄຸນນະພາບສູງ ແລະ ເລັ່ງລັດສ້າງສະຖາ
ນະພາບການພັດທະນາໃໝ່, ຕັ້ງໃຈຊອກຄົ້ນຫາວິທີ ແລະ ຊ່ອງທາງທີ່ມີປະສິດທິຜົນ ເພື່ອຈັດຕັ້ງປະຕິບັດນະໂຍບາຍ ແລະ ການຈັດວາງທີ່
ສຳຄັນຂອງສູນກາງພັກ.
ແຫຼ່ງທີ່ມາ: ຂກທ
ວັນທີ 15/01/2026