ການເຈລະຈາຢຸດຍິງ ຢູ່ເຂດກາຊາ ມີຄວາມຄືບໜ້າ
ວັນທີ 10 ມັງກອນ ຜ່ານມາ ວ່າ: ກາຕາ ໄດ້ແຈ້ງຂ່າວດີກ່ຽວກັບການເຈລະຈາບັນຫາການຢຸດຍິງຢູ່ເຂດກາຊາ ຕໍ່ອິດສະຣາແອນ ລວມ
ທັງລາຍຊື່ຂອງຜູ້ຖືກຈັບເປັນຕົວປະກັນຂອງ ອິດສະຣາແອນ ທີ່ກຸ່ມຮາມາສ ມີແຜນຈະປ່ອຍຕົວໃນການຢຸດຍິງໄລຍະທີໜຶ່ງ ພ້ອມດ້ວຍຄວາມ
ຂັດແຍ່ງດ້ານອື່ນໆ ລະຫວ່າງ ປາແລັດສະຕິນ ກັບ ອິດສະຣາແອນ ແຕ່ບໍ່ໄດ້ເປີດເຜີຍຂໍ້ມູນລະອຽວຕື່ມ.
ເຈົ້າໜ້າທີ່ ອາເມຣິກາ ທີ່ເຂົ້າຮ່ວມການເຈລະຈາ ໄດ້ເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນ, ຈຸດສຳຄັນຂອງການເຈລະຈາລະຫວ່າງຝ່າຍຕ່າງໆ
ແມ່ນບັນຫາໄລຍະກາງລະຫວ່າງໄລຍະທີໜຶ່ງ ແລະ ໄລຍະທີສອງຂອງການຢຸດຍິງ ຄື: ອິດສະຣາແອນ ຕ້ອງໃຫ້ຄຳໝັ້ນສັນຍາຢ່າງຈະແຈ້ງວ່າຈະ
ບໍ່ປະຕິບັດການເຄື່ອນໄຫວທາງການທະຫານຄືນໃໝ່, ສ່ວນກຸ່ມ ຮາມາສ ຕ້ອງຮັບປະກັນການປ່ອຍຕົວປະກັນຂອງ ອິດສະຣາແອນ ທັງໝົດ, ມີ
ແຕ່ແກ້ໄຂບັນຫານີ້ ຈຶ່ງຈະສາມາດບັນລຸສັນຍາຢຸດຍິງຢ່າງຮອບດ້ານໄດ້.
ແຫຼ່ງທີ່ມາ: ຂກທ
ວັນທີ 15/01/2025