ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົດ​ສະ​ຕຣາ​ລີ​ ປະກາດ​​ຈະ​ຮັບຮອງ​ການ​ສ້າງຕັ້ງ​ ປາ​ແລັດ​ສະ​ຕິນ​ ເປັນ​ປະເທດ ​ໃນ​ເດືອນ​ກັນຍາ​ ນີ້


ທ່ານ​ ແອນ​ໂທ​ນີ ​ອັລ​ບາ​ເນ​ຊີ ນາຍົກລັດຖະມົນຕີ​ອົດ​ສະ​ຕຣາ​ລີ​

     ​ວິທະຍຸ​ສາກົນ​ແຫ່ງ ​ສປ ຈີນ ລາຍ​ງານວັນ​ທີ 11 ສິງຫາ 2025, ທ່ານ​ ແອນ​ໂທ​ນີ ​ອັລ​ບາ​ເນ​ຊີ ນາຍົກລັດຖະມົນຕີ​ອົດ​ສະ​ຕຣາ​ລີ​ ປະ
ກາດ​ວ່າ: ອົດ​ສະ​ຕຣາ​ລີ ​ຈະ​ຮັບຮອງ​ການ​ສ້າງຕັ້ງ​ ປາ​ແລັດ​ສະ​ຕິນ ​ເປັນ​ປະເທດ​ໃນ​ກອງ​ປະຊຸມ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ຄັ້ງ​ທີ 80 ທີ່​
ຈະ​ຈັດ​ຂຶ້ນ​ໃນ​ເດືອນ ​ກັນຍາ ​ໜ້າ​ນີ້.

     ທ່ານ​ ແອນ​ໂທ​ນີ ​ອັລ​ບາ​ເນ​ຊີ​ ກ່າວ​ໃນ​ງານ​ຖະແຫຼງ​ຂ່າວ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ແຄນ​ເບີ​ຣາ ​ໃນ​ມື້​ດຽວ​ກັນ​ວ່າ: ການເຄື່ອນໄຫວ​ຄັ້ງ​ນີ້​
ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ຊຸກຍູ້​ການ​ປະຕິບັດ “ ແຜນການ​ສອງ​ປະເທດ ” ທີ່​ມີ​ການ​ປະສານ​ງານ ແລະ ຄວາມ​ພະຍາຍາມ​ທົ່ວ​ໂລກ. “ ແຜນ
ການ​ສອງ​ປະເທດ ” ແມ່ນ​ຄວາມ​ຫວັງ​ທີ່​​ໃຫຍ່​ທີ່​ສຸດ​ໃນ​ການ​ສິ້ນ​ສຸດ​ຮອບ​ວຽນ​ຄວາມ​ຮຸນ​ແຮງ​ຢູ່​ຕາເວັນ​ອອກ​ກາງ, ສິ້ນ​ສຸດ​ການ​ປະ​ທະ​ກັນ,
ຄວາມທຸກ​ຍາກ​ແລະ​ ຄວາມ​ອຶດຫິວ​ຢູ່​ເຂດ​ກາ​ຊາ.

     ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຝຣັ່ງ, ກາ​ນາ​ດາ ​ແລະ​ ປະເທດ​ອື່ນໆ ​ໄດ້​ສະແດງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ຮັບຮອງ​ການ​ສ້າງຕັ້ງ ​ປາ​ແລັດ​ສະ​ຕິນ ​ເປັນ​
ປະເທດ​ຢ່າງ​ຕໍ່​ເນື່ອງ, ເຮັດ​ໃຫ້​ຄວາມ​ຮຽກຮ້ອງ​ຈາກ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ “ ແຜນການ​ສອງ​ປະເທດ ” ໄດ້​ຮັບ​ການ​
ເພີ່ມ​ທະວີ​ຫຼາຍ​ຂຶ້ນ.

ແຫຼ່ງທີ່ມາ: ຂກທ
ວັນທີ 14/08/2025