
ນຳວິທະຍາສາດນິວເຄຼຍ ກາຍເປັນກຳລັງໜູນຫຼັກແຫຼ່ງ ໃຫ້ການພັດທະນາປະເທດຊາດ
ຕາມຂ່າວຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ, ພັກ ແລະ ລັດ ກຳນົດພະລັງງານນິວເຄຼຍສວມບົດບາດສຳຄັນໃນການ
ຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ປະຕິບັດຄຳໝັ້ນສັນຍາສາກົນ ແລະ ບັນລຸໄດ້ການປ່ອຍອາຍພິດລົງລະດັບ 0 ໃນປີ 2050.
ສະຖາບັນພະລັງງານປະລະມານູ ຫວຽດນາມ ຍູ້ແຮງການພັດທະນາ, ໝູນໃຊ້ພະລັງງານປະລະມານູ, ນຳວິທະຍາສາດ ນິວເຄຼຍກາຍເປັນ
ກຳລັງໜູນຫຼັກແຫຼ່ງໃຫ້ການພັດທະນາຂອງປະເທດຊາດ, ສ້າງຮູບແບບການຈັດຕັ້ງ ໃຫ້ສົມບູນແບບ ແລະ ສຸມທຸກແຫຼ່ງກຳລັງຢ່າງສຸດຂີດເພື່ອ
ຜັນຂະຫຍາຍສູນຄົ້ນຄວ້າວິທະຍາສາດເຕັກໂນໂລຢີນິວເຄຼຍ ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຢູ່ພິທີສະ
ເຫຼີມ ສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສະຖາບັນພະລັງງານປະລະມານູ ຫວຽດນາມ (26/04/1976-26/04/ 2026), ທີ່ໄດ້ດຳເນີນໃນ
ຕອນເຊົ້າວັນທີ 7 ກໍລະກົດ ຢູ່ຮ່າໂນ້ຍ. ທ່ານ ໂຮ່ກວັກຢຸງ ຢັ້ງຢືນວ່າ, ພັກ ແລະ ລັດ ກຳນົດພະລັງງານນິວເຄຼຍສວມບົດບາດສຳຄັນໃນການ
ຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ປະຕິບັດຄຳໝັ້ນສັນຍາສາກົນ ແລະ ບັນລຸໄດ້ການປ່ອຍອາຍພິດລົງລະດັບ 0 ໃນປີ 2050.
ປັດຈຸບັນ, ລັດຖະບານພວມຜັນຂະຫຍາຍຫຼາຍໜ້າທີ່, ມາດຕະການແກ້ໄຂ, ໃນນັ້ນມີການກະກຽມຜັນຂະຫຍາຍໂຄງການໂຮງງານໄຟ
ຟ້ານິວເຄລຍ ນິງທ້ວນ 1 ແລະ ໂຄງການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີນິວເຄຼຍ ຢູ່ແຂວງ ດົ່ງນາຍ. ນີ້ແມ່ນບັນດາໂຄງການສຳຄັນຂອງ
ຊາດ, ຮຽກຮ້ອງບັນດາອົງການທີ່ກ່ຽວຂ້ອງໃນນັ້ນມີສະຖາບັນພະລັງງານປະລະມານູ ຫວຽດນາມ ຕ້ອງສຸມແຫຼ່ງກຳລັງຢ່າງຫຼວງຫຼາຍ ເພື່ອຜັນ
ຂະຫຍາຍຢ່າງມີປະສິດທິຜົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 13/07/2026