ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈາກ “ການ​ເສກ​ສັນ​ປັ້ນ​ແຕ່ງ” ສູ່ “ການ​ໂຈມ​ຕີ​ແບບ​ເປີດ​ແປນ” ເຖິງ​ຂັ້ນ​ລອບ​ສັງຫານ​ຜູ້ນຳ

     ​ອີງ​ຕາມ​ບົດ​ວິເຄາະ​ທີ່​ເຜີຍແຜ່​ໂດຍ (ຊີ​ເອັມ​ຈີ), ຕາມ​ຂໍ້​ມູນ​ສະຖິຕິ​ປະຫວັດສາດ ປີ 2003, ທ່ານ ໂຄ​ລິນ ໂພ​ເວວ ອະດີດ​ລັດຖະມົນຕີ
ກະຊວງ​ການ​ຕ່າງປະເທດ ສະຫະລັດ ອາ​ເມ​ຣິ​ກາ ໃນ​ເວລາ​ນັ້ນ​ໄດ້​ຖື “ສະບູຝຸ່ນ” ຫຼອດ​ໜຶ່ງ​ໃນ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
ແລ້ວ​ກໍ່​ສົງຄາມ​ອີ​ຣັກ ດ້ວຍ​ຂໍ້​ອ້າງ​ທີ່​ວ່າ: ອີ​ຣັກ ມີ​ອາວຸດ​ທີ່​ມີ​ແສນ​ຍາ​ນຸ​ພາບ​ລ້າງຜານ​ສູງ, ຈາກ​ນັ້ນ ກໍ​ໄດ້​ຖະ​ຫຼົ່ມ​ໂຈມ​ຕີ​ໂຄ່ນ​ລົ້ມ ອີ​ຣັກ ເປັນ​
ເວລາ​ດົນ​ກວ່າ 10 ປີ, ດ້ວຍ​ການ​ຈັບ​ຜູ້ນຳ ແລະ ສັງຫານ, ທຳລາຍ​ປະເທດ​ຊາດ ແລະ ຂ້າ​ປະຊາຊົນ​ຫຼາຍ​ແສນ​ຄົນ​ຢ່າງ​ໜັກໜ່ວງ, ແຕ່​ສຸດ​
ທ້າຍ​ກໍ​ບໍ່​ມີ​ຫຼັກ​ຖານ​ໃດໆ ເຊັ່ນ​ດຽວ​ກັນ​ກັບ ເຂົ້າ​ໄປ​ຮຸກ​ຮານ​ຂ້າ​ລ້າງ ເຜົາ​ຜານ​ທຳລາຍ ປະເທດ​ອາ​ຟະ​ກາ​ນິດ​ສະຖານ ເປັນ​ເວລາ​ຫຼາຍ​ປີ ດ້ວຍ​
ເສກ​ສັນ​ປັ້ນ​ແຕ່ງ ຫາ​ຂໍ້​ອ້າງ​ຕ່າງໆ ນາໆ ແຕ່​ສຸດ​ທ້າຍ​ກໍ​ບໍ່​ມີ​ຫຼັກ​ຖານ​ສະແດງ​ໃຫ້​ຊາວ​ໂລກ​ເຫັນ​ປະຈັກ​ຕາ.

     ກ້າວ​ເຂົ້າ​ສູ່​ຕອນ​ເຊົ້າ​ຮຸ່ງ​ແຈ້ງ ເວລາ​ປະມານ 10 ເຊົ້າ (ຕາມ​ເວລາ​ປະເທດ ອີ​ຣານ), ກົງ​ກັບ​ວັນ​ທີ 28 ກຸມພາ ປີ 2026, ອາ​ເມ​ຣິ​ກາ ໄດ້​
ກໍ່​ການເຄື່ອນໄຫວ​ໂຈມ​ຕີ​ໄວ​ທາງ​ການ​ທະຫານ​ຕໍ່ ອີ​ຣານ, ຈົນ​ເຖິງ​ຂັ້ນ​ບໍ່​ຢາກ​ຊອກ​ຫາ​ຂໍ້​ອ້າງ​ອີກ ເຊິ່ງ​ເປັນ​ການ​ປະຕິບັດ​ລັດທິ​ຝ່າຍ​ດຽວ​ຢ່າງ​ຈະ
ແຈ້ງ​ທີ່​ສຸດ (ເຖິງ​ຂັ້ນ​ລອບ​ສັງຫານ​ຜູ້ນຳ​ສູງ​ສຸດ​ຂອງ​ອີ​ຣານ ພ້ອມ​ດ້ວຍ​ຄອບຄົວ ແລະ ການ​ນຳ​ຂັ້ນ​ສູງ). ເຖິງ​ວ່າ​ເວລາ ຈະ​ຜ່ານ​ໄປ​ແລ້ວ 23 ປີ,
ແຕ່​ພຶດຕິ​ກຳ​ການ​ຄອບ​ງຳ​ທີ່​ຖື​ຕົນ​ເປັນ​ເຈົ້າ​ໂລກ​ພຽງ​ຜູ້​ດຽວ​ຂອງ​ອາ​ເມ​ຣິ​ກາ ໄດ້​ປ່ຽນ​ຈາກ “ການ​ປະຕິບັດ​ຕາມ​ລະບຽບ​ການ​ແບບ​ຈອມ​ປອມ”
ໄປ​ເປັນ “ການ​ປະ​ຖິ້ມ​ລະບຽບ​ການ​ຢ່າງ​ເຖິງ​ຖອງ” ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ທຳລາຍ​ຄວາມ​ເປັນ​ລະບຽບ​ທາງ​ການເມືອງ​ພາຍ​ໃນ​ປະເທດ​ຂອງ​ອາ​ເມ​ຣິ​
ກາ ຢ່າງ​ສິ້ນ​ເຊີງ​ເທົ່າ​ນັ້ນ, ຍິ່ງ​ເປັນ​ສິ່ງ​ທ້າ​ທາຍ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ຕໍ່​ລະບຽບ​ສາກົນ​ຫຼາຍ​ຝ່າຍ ທີ່​ຖື​ເອົາ​ອົງການ​ສະຫະ​ປະຊາ​ຊາດ ເປັນ​ແກນ​
ກາງ. ສຳລັບ​ທາດ​ແທ້​ຂອງ​ສົງຄາມ​ອີ​ຣັກ​ໃນ​ປີ 2003 ແມ່ນ​ສົງຄາມ​ບໍ່​ເປັນ​ທຳ ທີ່​ອາ​ເມ​ຣິ​ກາ ກໍ່​ຂຶ້ນ ເພື່ອ​ສະແຫວງຫາ​ການ​ເປັນ​ເຈົ້າ​ອຳນາດ​
ໃນ​ພາກ​ພື້ນ, ແຕ່​ອາ​ເມ​ຣິ​ກາ ຍັງ​ຕ້ອງ​ສື່ສານ​ແລກປ່ຽນ​ກັນ​ໃນ​ລັດ​ຖະ​ສະພາ, ອົງການ​ສະຫະ​ປະຊາ​ຊາດ ແລະ ພັນທະ​ມິດ​ເອີ​ຣົບ ຢ່າງ​ເປັນ​ຮູບ​
ການ ໂດຍ​ໃຊ້​ຂໍ້​ກ່າວ​ຫາ​ຈອມ​ປອມ​ກ່ຽວ​ກັບ “ອາວຸດ​ທີ່​ມີ​ແສນ​ຍາ​ນຸ​ພາບ​ລ້າງຜານ​ສູງ” ມາ​ເປັນ​ຂໍ້​ອ້າງ​ໃນ​ການ​ກໍ່​ສົງຄາມ. ເຖິງ​ວ່າ​ອາ​ເມ​ຣິ​ກາ
ໃນ​ເວລາ​ນັ້ນ​ໄດ້​ປະຕິບັດ​ລັດທິ​ຝ່າຍ​ດຽວ​ກໍ​ຕາມ, ແຕ່​ເມື່ອ​ເບິ່ງ​ຮູບ​ນອກ​ແລ້ວ, ອາ​ເມ​ຣິ​ກາ ກໍ​ບໍ່​ກ້າ​ທຳລາຍ​ລະບຽບ​ສາກົນ ແລະ ການ​ພົວພັນ
​ກັບ​ພັນທະ​ມິດ​ຢ່າງ​ບັງອາດ ໂດຍ​ມີ​ເຈຕະນາ ​ເພື່ອ​ປິດ​ບັງ​ຄວາມ​ທະ​ເຍີ​ທະຍານ​ໃນ​ການ​ເປັນ​ເຈົ້າ​ອຳນາດ​ຂອງ​ຕົນ​ດ້ວຍ​ຄຳ​ຫຼອກ​ລວງ. ແຕ່​ລັດ
ຖະບານ ໂດ​ນັນ ທຣຳ ໃນ​ປັດຈຸບັນ ໄດ້​ປະ​ຖິ້ມ​ຄວາມ​ຈອມ​ປອມ​ແບບ​ນີ້​ຢ່າງ​ສິ້ນ​ເຊີງ​ໃນ​ບັນຫາ ອີ​ຣານ.

     ບໍ່​ໄດ້​ຍື່ນ​ຫຼັກ​ຖານ​ການ​ໃຊ້​ກຳລັງ​ອາວຸດ​ໃດໆໃຫ້​ແກ່​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ແລະ ບໍ່​ໄດ້​ປຶກສາ​ຫາລື​ຢ່າງ​ແທ້​ຈິງ​ກັບ​
ພັນທະ​ມິດ​ເອີ​ຣົບ, ທັງ​ບໍ່​ສົນໃຈ ​ຕໍ່​ການ​ກວດ​ສອບ​ຂອງ​ລັດ​ຖະ​ສະພາ​ອາ​ເມ​ຣິ​ກາ. ການ​ປ່ຽນແປງ​ແບບ​ນີ້​ແມ່ນ​ຍ້ອນ: ອາ​ເມ​ຣິ​ກາ ເຫັນ​ວ່າ ຕົນ​
ມີ​ທ່າແຮງ​ເດັດ​ຖານ, ຈິ່ງ​ບໍ່​ຈຳເປັນ​ຕ້ອງ​ຊອກ​ຫາ​ຂໍ້​ອ້າງ​ໃດໆ ເພື່ອ​ການເຄື່ອນໄຫວ​ທາງ​ການ​ທະຫານ​ຂອງ​ຕົນ, ໃຊ້​ກຳລັງ​ອາວຸດ​ນາບ​ຂູ່​ປະເທດ​
ອື່ນ​ຕາມ​ລຳພັງ​ໃຈ ແລະ ເຮັດ​ໃຫ້​ມານະ​ຈິດ​ຂອງ​ຕົນ​ຢູ່​ເໜືອ​ປະຊາ​ຄົມ​ໂລກ. ຈາກ​ອີ​ຣັກ ຮອດ ອີ​ຣານ, 23 ປີ​ຜ່ານ​ໄປ ໄດ້​ເປັນ​ສັກຂີ​ພິຍານ​ໃຫ້​
ແກ່​ການ​ເສື່ອມ​ຖອຍ​ສິດ​ເປັນ​ເຈົ້າ​ອຳນາດ​ຂອງ​ອາ​ເມ​ຣິ​ກາ ຈາກ “ຄວາມ​ຈອມ​ປອມ” ສູ່ “ການ​ເປີດ​ແປນ” ແລະ ກໍ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ການ
​ຫຼົ້ມ​ສະຫຼາຍ​ລະບຽບ​ໂລກ​ພວມ​ຈາກ “ການ​ນຳພາ​ດ້ວຍ​ລະບຽບ​ການ” ກາຍ​ມາ​ເປັນ “ການ​ນຳພາ​ໂດຍ​ມະຫາ​ອຳນາດ”. ນີ້​ບໍ່​ແມ່ນ​ຄວາມ​ກ້າວ
ໜ້າ​ຂອງ​ໂລກ, ຫາກ​ແມ່ນ​ການ​ເສື່ອມ​ຖອຍ​ອາ​ລິ​ຍະ​ທຳ​ມວນ​ມະນຸດ. ເມື່ອ​ສົງຄາມ​ເກີດ​ຂຶ້ນ​ເລື້ອຍໆ ແລະ ລະບຽບ​ການ​ບໍ່​ມີ​ຜົນ​ບັງຄັບ​ໃຊ້,
ມວນ​ມະນຸດ​ຈະ​ເສຍ​ຄ່າ​ຕອບ​ແທນ​ອັນ​ມະຫາສານ​ຍ້ອນ​ຄວາມ​ປ່ວງ​ບ້າ​ຂອງ​ອາ​ເມ​ຣິ​ກາ. ຕາມ “ ບົດ​ລາຍ​ງານ​ຄວາມ​ໝັ້ນຄົງ​ມິວ​ນິກ​ປີ 2026”
ໄດ້​ລະບຸ​ວ່າ: ອາ​ເມ​ຣິ​ກາ ໄດ້​ກາຍເປັນ“ຜູ້​ທຳລາຍ​ລະບຽບ​ສາກົນ​ທີ່​ຮ້າຍ​ແຮງ​ທີ່​ສຸດ” ຫຼັງ​ສົງຄາມ​ໂລກ ຄັ້ງ​ທີ 2, “ການເມືອງ​ແບບ​ມະຫາ​ອຳນາດ”
ຂອງ​ເຂົາ​ພວມ​ທຳລາຍ​ກົດໝາຍ​ສາກົນ ແລະ ກົນ​ໄກ​ຫຼາຍ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ. ລັດຖະບານ ໂດ​ນັນ ທຣຳ ບໍ່​ພຽງ​ແຕ່​ບໍ່​ເອົາ​ຫົວຊາ​ຕໍ່​ຊື່​ສຽງ​ອິດ​ທິ​
ພົນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ເທົ່າ​ນັ້ນ, ຫາກ​ຍັງ​ຖອນ​ຕົວ​ອອກ​ຈາກ​ອົງ​ການຈັດຕັ້ງ​ສາກົນ​ຕ່າງໆ. ນັບ​ມາ​ຮອດ​ຕົ້ນ​ປີ 2026, ອາ​ເມ​ຣິ​ກາ
ໄດ້​ຖອນ​ຕົວ​ອອກ​ຈາກ 66 ອົງ​ການຈັດຕັ້ງ​ສາກົນ ແລະ ສັນຍາ​ຫຼາຍ​ຝ່າຍ.

     ໃນ​ຂະນະ​ດຽວ​ກັນ, ອາ​ເມ​ຣິ​ກາ ຍັງ​ໄດ້​ບີບ​ບັງຄັບ​ພັນທະ​ມິດ​ດ້ວຍ​ມາດ​ຕະການ​ ພາສີ ແລະ ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະເທດ​ອື່ນ
​ດ້ວຍ​ກຳລັງ​ການ​ທະຫານ ໂດຍ​ປະຕິບັດ​ຕໍ່​ທົ່ວ​ໂລກ​ຄື​ກັບ “ສວນ​ດອກ​ໄມ້​ຫຼັງ​ເຮືອນ” ຂອງ​ຕົນ. ເມື່ອ​ປະເທດ​ໃຫຍ່​ໃດ​ໜຶ່ງ​ຢຽບ​ຢ່ຳ​ລະບຽບ​ສາກົນ
ແລະ ກໍ່​ສົງຄາມ​ຕໍ່​ປະເທດ​ອະທິປະ​ໄຕ​ອື່ນໆ ຕາມ​ລຳພັງ​ໃຈ, ສັນຕິພາບ ແລະ ສະຖຽນ​ລະ​ພາບ​ຂອງ​ທົ່ວ​ໂລກ​ຈະ​ເສຍ​ສິ່ງ​ຄ້ຳປະກັນ​ທີ່​ເປັນ​ພື້ນ
ຖານ​ທີ່​ສຸດ, ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ, ການ​ແຂ່ງຂັນ​ກັນ​ດ້ານ​ອາວຸດ ແລະ ວິ​ກິດ​ການ​ດ້ານ​ມະນຸດສະທຳ​ກໍ​ຈະ​ເກີດ​ຂຶ້ນ​ຕາມ​ມາ​ເລື້ອຍໆ. ຈາກ
​ສອງ​ທົດ​ສະ​ວັດ​ກວ່າ​ຜ່ານ​ໄປ, ແຕ່ ອາ​ເມ​ຣິ​ກາ ຍິ່ງ​ບໍ່​ເຄົາລົບ​ລະບຽບ​ສາກົນ, ເຄົາລົບ​ຊີວິດ ແລະ ສັນຕິພາບ. ທຳ​ນຽບ​ຂາວ ເປັນ​ບ່ອນ​ກຳເນີດ​ແຫ່ງ
“ການ​ເສກ​ສັນ​ປັ້ນ​ແຕ່ງ” ໃນ​ໄລຍະ​ຜ່ານ​ມາ, ປັດຈຸບັນ ກາຍ​ມາ​ເປັນ “ການ​ເປີດ​ແປນ” ໄດ້​ເປັນ​ຄຳ​ຕັກເຕືອນ​ອັນ​ເລິກເຊິ່ງ​ຕໍ່​ປະຊາ​ຄົມ​ໂລກ: ໃນ​
ໂລກ​ທີ່​ປະເທດ​ຕ່າງໆ​ເພິ່ງ​ພາ​ອາໄສ​ກັນ, ຈະ​ບໍ່​ມີ​ປະເທດ​ໃດ​ສາມາດ​ຢູ່​ລອດ​ປອດ​ໄພ​ດ້ວຍ​ຕົນ​ເອງ​ໄດ້ ແລະ ກໍ​ບໍ່​ມີ​ປະເທດ​ໃດ​ສາມາດ​ໃຊ້​ກຳລັງ​ອາ
ວຸດ​ຕາມ​ລຳພັງ​ໃຈ​ໄດ້. ປະຊາ​ຄົມ​ໂລກ​ຕ້ອງ​ສາມັກຄີ​ກັນ, ເດັດດ່ຽວ​ປົກ​ປ້ອງ​ລະບຽບ​ສາກົນ​ຫຼາຍ​ຝ່າຍ, ຄັດຄ້ານ​ລັດທິ​ຝ່າຍ​ດຽວ ແລະ ການ​ສ່ຽງ​ໄພ
​ທາງ​ການ​ທະຫານ, ຈຶ່ງ​ຈະ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ສົງຄາມ​ແບບ​ໄຮ້​ເຫດຜົນ​ເກີດ​ຂຶ້ນ​ອີກ ເພື່ອປົກ​ປ້ອງ​ສັນຕິພາບ ແລະ ສະຖຽນ​ລະ​ພາບ​ຂອງ​ໂລກ
ໃຫ້​ມີ​ສິດ​ອະທິປະ​ໄຕ​ສະເໝີພາບ​ກັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 12/03/2026