ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊີ​ຣີ-ອາ​ຣັບ​ບີ ຊາ​ອຸ​ດິດ ລົງ​ນາມ​ຂໍ້​ຕົກລົງ​ຮ່ວມ ສາຍ​ການບິນ-ໂທລະ​ຄົມ ມູນ​ຄ່າ 1 ຕື້​ໂດ​ລາ

     ​ວັນ​ທີ 11 ກຸມພາ ນີ້​: ຊີ​ຣີ ແລະ ອາ​ຣັບ​ບີ ຊາ​ອຸ​ດິດ ລົງ​ນາມ​ໃນ​ຂໍ້​ຕົກລົງ ກ່ຽວ​ກັບສາຍ​ການບິນ​ຮ່ວມ ແລະ ໂຄງການ ພັດທະນາ
ໂທລະ​ຄົມ​ມະ​ນາຄົມ ດ້ວຍ​ມູນ​ຄ່າ 1 ຕື້​ໂດ​ລາສະຫະ ລັດ, ໃນ​ຂະນະ​ທີ່ ຊີ​ຣີ ພະຍາຍາມຟື້ນ​ຟູປະເທດ ຫຼັງ​ຈາກສົງຄາມ ທີ່​ຍາວ​ນານ
​ມາ​ຫຼາຍ​ປີ. ໂດຍ​ອາ​ຣັບ​ບີ ຊາ​ອຸ​ດິດ ເປັນ​ຜູ້​ສະໜັບສະ​ໜູນ​ຫລັກ ຂອງ ລັດຖະບານ​ຊີ​ຣີ ໃນ​ຊຸດ​ປັດຈຸບັນ, ຊຶ່ງ​ຂຶ້ນ​ສູ່​ອຳນາດ ຫຼັງ​ຈາກ
ການ​ໂຄ່ນ​ລົ້ມອະ​ດິດປະທານາທິບໍດີ ບາ​ຊາ​​ຣ ​ອັລ-​ອັລ​ຊາດ ເມື່ອ​ເດືອນ​ທັນວາ​ ປີ 2024. ລັດຖະບານ ຊີ​ຣີ ຊຸດ​ໃໝ່ ພະຍາຍາມ​ດຶງ​
ດູດ ການ​ລົງທຶນ ແລະ ລົງ​ນາມ​ໃນ​ຂໍ້​ຕົກລົງ ສຳຄັນກັບ ບໍລິສັດ​ຫຼາຍ​ແຫ່ງ ແລະ ລັດຖະບານ ຂອງ ປະເທດ​ຕ່າງໆ ລວມ​ເຖິງ ອາ​ຣັບ​
ບີ ​ຊາ​ອຸ​ດິດ ແລະ ປະເທດ​ອື່ນໆໃນພາກພື້ນດຽວກັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 12/02/2026