ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເສດຖະກິດ ຣັດ​ເຊຍ ກັບ​ຄືນ​ສູ່ 10 ພື້ນຖານ​ເສດຖະກິດ​ໂລກ

     ​ຕາມ​ຂ່າວ​ຫວຽດນາມ​ອອນ​ລາຍ (VOVWORLD), ວັນ​ທີ 9 ມີນາ ນີ້, ບັນດາ​ນັກ​ໄຈ້​ແຍກ​ສາກົນ​ຖື​ວ່າ ການ​ກັບ​ຄືນ​ສູ່ Top 10 ພື້ນ
ຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຂອງ ຣັດ​ເຊຍ ແມ່ນ​ຍ້ອນ​ການ​ຟື້ນ​ຟູ​ພາຍຫຼັງ​ວິ​ກິດ​ການ ແລະ ຄວາມ​ສາມາດ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​
ໃນ​ເງື່ອນໄຂ​ໃໝ່.

     ອົງການ​ສະຖິຕິ ຣັດ​ເຊຍ (Rosstat) ໄດ້​ລາຍ​ງານ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ຂອງ ຣັດ​ເຊຍ ບັນລຸ​ມູນ​ຄ່າ 2.556 ຕື້​ໂດ​ລາ.
ຕົວ​ເລກ​ດັ່ງກ່າວ​ໄດ້​ນຳ​ປະເທດ ຣັດ​ເຊຍ ຈັດ​ອັນ​ດັບ​ຢູ່​ທີ 8 ໃນ​ຕາຕະລາງ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ຕາມ Rosstat
ແລ້ວ, ອາ​ເມ​ຣິ​ກາ ຍັງ​ນຳ​ໜ້າ​ຕາຕະລາງ​ດ້ວຍ ຈີ​ດີ​ພີ ບັນລຸ 30.800 ຕື້​ໂດ​ລາ, ຈີນ ຢືນ​ອັນ​ດັບ​ທີ 2 ດ້ວຍ​ມູນ​ຄ່າ 19.800 ຕື້​ໂດ​ລາ, ເຢຍ​ລະ​
ມັນ ອັນ​ດັບ​ທີ 3 ດ້ວຍ​ມູນ​ຄ່າ 5.050 ຕື້​ໂດ​ລາ, ຍີ່ປຸ່ນ ອັນ​ດັບ​ທີ 4 ດ້ວຍ​ມູນ​ຄ່າ 4.400 ຕື້​ໂດ​ລາ​​ິ່ ບັນດາ​ນັກ​ໄຈ້​ແຍກ​ຖື​ວ່າ, ການ​ກັບ​
ຄືນ​ສູ່ Top 10 ພື້ນຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ຂອງ ຣັດ​ເຊຍ ແມ່ນ​ຍ້ອນ​ການ​ຟື້ນ​ຟູ​ພາຍຫຼັງ​ວິ​ກິດ​ການ ແລະ ຄວາມ​ສາມາດ​ຮັບ​ມື​
ກັບ​ບັນດາ​ເງື່ອນໄຂ​ໃໝ່. ສິ່ງ​ທີ່​ໜ້າ​ສົນໃຈ, ການ​ສະ​ສົມ​ຄຳ​ຂອງ ຣັດ​ເຊຍ ໄດ້​ເພີ່ມ​ຂຶ້ນ​ລະດັບ​ສະຖິຕິ​ເກືອບ 130 ຕື້​ໂດ​ລາ ໃນ​ປີ 2025, ຈາກ​
ກວ່າ 195 ຕື້​ໂດ​ລາ ເພີ່ມ​ຂຶ້ນ​ກວ່າ 326 ຕື້​ໂດ​ລາ.

ແຫຼ່ງທີ່ມາ: ຂກທ
ວັນທີ 11/03/2026