
ທ່ານ ປູຕີນ ກ່າວຢືນຢັນ ຈີນກາຍເປັນຫົວຈັກຂັບເຄື່ອນການພັດທະນາເສດຖະກິດໂລກ

ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ
ອີງຕາມແຫຼ່ງຂ່າວຫຼ້າສຸດຈາກສຳນັກຂ່າວສານ ສະປຸກນິກ (Sputnik) ຂອງ ຣັດເຊຍ ລາຍງານວ່າ: ທ່ານ ວະລາດີເມຍ ປູຕິນ ປະທາ
ນາທິບໍດີ ຣັດເຊຍ ໄດ້ຢືນຢັນວ່າ: ສປ ຈີນ ຍັງຄົງເປັນຫົວຈັກຂັບເຄື່ອນການພັດ ທະນາເສດຖະກິດໂລກ ຄືເກົ່າ ໂດຍສະເພາະແມ່ນເສດຖະ
ກິດ ໃນພາກພື້ນອາຊີປາຊີຟິກ ພວມຂະຫຍາຍ ຕົວຢູ່.
ທ່ານ ວະລາດີເມຍ ປູຕິນ ໄດ້ຖະແຫຼງວ່າ: ການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໄດ້ຮັບຜົນງານອັນຕັ້ງໜ້າ ແລະ ໄດ້ກ່າວຢືນຢັນ
ວ່າ: ຂໍ້ລິເລີ່ມການບໍລິຫານໂລກ ທີ່ ສປ ຈີນ ສະເໜີອອກມານັ້ນ ແມ່ນມີຈຸດປະສົງ ເພື່ອສົ່ງເສີມຄວາມຫ້າວຫັນ ລະຫວ່າງປະເທດຕ່າງໆ.
ປະເທດ ສຳຄັນໃນເຂດທີ່ໃຊ້ເງິນເອີໂຣ ພວມປະເຊີນໜ້າກັບຄວາມສ່ຽງ ທີ່ເສດຖະກິດຈະຊຸດໂຊມ, ຂະນະທີ່ ເສດຖະກິດໂລກ ໂດຍສະ
ເພາະໃນພາກພື້ນອາຊີປາຊີຟິກ ພວມພັດທະນາ ຢ່າງຕໍ່ເນື່ອງ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/09/2025