ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ-ຈີນ ຮຽກຮ້ອງ​ໃຫ້​ຢຸດຕິ​ສົງຄາມ​ໃນຕາເວັນອອກກາງ
ແລະ ກັບ​ຄືນ​ສູ່​ຂະ​ບວນ​ການ​ເຈລະຈາ​ທາງ​ການ​ທູດ

     ​ສໍານັກ​ຂ່າວ ສະ​ປຸກ​ນິກ ລາຍ​ງານ​ໃນ ວັນ​ທີ 3 ມີນາ 2026 ນີ້​ວ່າ: ທ່ານ ເຊີ​ເກ ລາບ​ຣົບ ລັດຖະມົນຕີ​ກະຊວງ​ການ​ຕ່າງ ປະເທດ
ຣັດ​ເຊຍ​ ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ຈີນ​ກ່ຽວ​ກັບ​ສະຖານະ​ການ​ຄວາມ​ຂັດ​ແຍ້ງ​
ລະຫວ່າງ ອີ​ຣານ ແລະ ອາ​ເມ​ຣິ​ກາ ກັບ ອິດ​ສະ​ຣາ​ແອນ.

     ທ່ານ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ຣັດ​ເຊຍ ກ່າວ​ວ່າ: ອາ​ເມ​ຣິ​ກາ ແລະ ອິດ​ສະ​ຣາ​ແອນ ​ດໍາເນີນ​ການ​ໂຈມ​ຕີ​ທາງ​ການ​ທະ
ຫານ​ຕໍ່​ອີ​ຣານ​ໄດ້​ທຳ ລາຍ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ຕາເວັນ​ອອກ​ກາງ​ຢ່າງ​ຮ້າຍ​ແຮງ, ຣັດ​ເຊຍ ​ມີ​ຈຸດ​ຢືນ​ດຽວ​ກັນ ​ກັບ​ຝ່າຍ​ຈີນ, ຍິນ​ດີ​ເພີ່ມ​
ທະວີ​ການ​ປະສານ​ງານ ແລະ ການ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ກັບ​ຝ່າຍ​ຈີນ, ສົ່ງ​ສັນຍານ​ອັນ​ຈະແຈ້ງ​ຜ່ານ​ອົງການ​ສະຫະ​ປະ ຊາ​ຊາດ,
ອົງການ​ຮ່ວມ​ມື​ຊຽງ​ໄຮ້ ແລະ ​ເວທີ​ອື່ນໆ, ຮຽກຮ້ອງ​ໃຫ້​ຢຸດຕິ​ສົງຄາມ​ໃນ​ທັນທີ ແລະ ກັບ​ຄືນ​ສູ່​ຂະ​ບວນ​ການ​ການ​ເຈລະຈາ​ທາງ​ການ​ທູດ.

     ທ່ານ ຫວາງ​ຢີ້ ກ່າວ​ວ່າ: ອາ​ເມ​ຣິ​ກາ​ ແລະ ​ອິດ​ສະ​ຣາ​ແອນ​ກໍ່​ການ​ໂຈມ​ຕີ​ຕໍ່​ອີ​ຣານ ແມ່ນ​ສິ່ງ​ທີ່​ຍອມຮັບ​ບໍ່​ໄດ້, ການ​ຍິງ​ສັງຫານ​ຜູ້ນຳ​ສູງ​
ສຸດ​ຂອງ​ປະເທດ​ອະທິປະ​ໄຕ ແລະ ປຸກ​ປັ່ນ​ໃຫ້​ ເກີດ​ການ​ປ່ຽນ​ອຳນາດ​ການ​ປົກ ຄອງ​ນັ້ນ​ແມ່ນ​ສິ່ງ​ທີ່​ຍອມຮັບ​ບໍ່​ໄດ້​ເຊັ່ນ​ດຽວ​ກັນ, ການ​ກະ
ທຳ​ເຫຼົ່າ​ນີ້​ລ້ວນ​ແຕ່​ລະເມີດ​ຫຼັກການ​ພື້ນຖານ​ໃນ​ກົດຫມາຍ​ສາກົນ​ແລະ​ການ​ພົວພັນ​ສາກົນ.

     ປັດຈຸບັນ, ໄພ​ສົງຄາມ​ໄດ້​ແຜ່​ລາມ​ໄປ​ທົ່ວ​ອ່າວ ເປີ​ເຊຍ​ແລ້ວ, ສະຖານະ​ການ​ໃນ​ຕາເວັນ​ອອກ​ກາງ​ອາດ​ຈະ​ຖືກ​ຊຸກຍູ້​ໄປ​ສູ່​ອັນຕະລາຍ,
ຈຸດ​ຢືນ​ຂອງ​ຈີນ​ແມ່ນ​ຢຸດຕິ​ການ ເຄື່ອນໄຫວ​ທາງ​ການ​ທະຫານ ​ໃນ​ທັນທີ, ກັບ​ຄືນ​ສູ່​ການ​ສົນທະນາ​ ແລະ ການ​ເຈລະຈາ​ໂດຍ​ໄວ​ ແລະ
ຝ່າຍ​ຕ່າງໆ ຕ້ອງ​ຮ່ວມ​ກັນ​ຄັດຄ້ານ​ການ​ກະທຳ​ແຕ່​ຝ່າຍ​ດຽວ.

ແຫຼ່ງທີ່ມາ: ຂກທ
ວັນທີ 10/03/2026