
ທ່ານ ປູຕິນ ສົນທະນາທາງໄກ ກັບທ່ານ ສີ ຈິ້ນຜິງ

ວັນທີ 5 ກຸມພາ ນີ້: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ພົບປະສົນທະນາ ກັບ ທ່ານ ສີ ຈິ້ນຜິງ ປະທານປະ
ເທດ ແຫ່ງ ສປ ຈີນ ຜ່ານວີດີໂອທາງໄກຈາກປັກກິ່ງ. ທ່ານ ວະລາດີເມຍ ປູຕິນ ກ່າວຕີລາຄືນກ່ຽວກັບຜົນສຳເລັດ ແລະ ຜົນງານການ
ຮ່ວມມືດ້ານຕ່າງໆໃນປີ 2025 ແລະ ຊຸມປີຕໍ່ໜ້າ ຣັດເຊຍ-ຈີນ ຕ້ອງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນການປົກປ້ອງອະທິປະ
ໄຕ, ຄວາມໝັ້ນຄົງຂອງປະເທດ, ການບັນລຸຄວາມຈະເລີນຮຸ່ງເຮືອງດ້ານການພັດທະນາເສດຖະກິດສັງຄົມ, ຊຸກຍູ້ການແລກປ່ຽນດ້ານ
ການສຶກສາ, ວັດທະນະທຳແລະຂົງເຂດອື່ນໆຢ່າງໝັ້ນໜຽວບໍ່ປ່ຽນແປງ. ຣັດເຊຍ ຍິນດີຮ່ວມກັນກັບຈີນ ສືບຕໍ່ເພີ່ມທະວີການປະສານ
ງານຍຸດທະສາດຢູ່ອົງການສະຫະປະຊາຊາດ ແລະ ເວທີຫຼາຍຝ່າຍອື່ນໆ. ທ່ານ ສີ ຈິ້ນຜິງ ໄດ້ຊົມເຊີຍຕໍ່ສາຍພົວພັນອັນສະໜິດແໜ້ນ
ຂອງສອງປະເທດ ແລະ ປີ 2026 ນີ້ເປັນປີສ້າງຕັ້ງສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດລະຫວ່າງຈີນ ແລະ ຣັດເຊຍ ຄົບຮອບ
30 ປີ. ສອງຝ່າຍຕ້ອງກຳໂອກາດທາງປະຫວັດສາດນີ້ໄວ້, ຖືເອົາການປະສານງານຍຸດທະສາດຢ່າງເລິກເຊິ່ງກວ່າເກົ່າ, ວິທີການເຄື່ອນ
ໄຫວທີ່ຫ້າວຫັນ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນໃນຖານະປະເທດໃຫຍ່, ເພື່ອຮັບປະກັນໃຫ້ການພົວພັນສອງຝ່າຍໄດ້ຮັບການພັດ
ທະນາຢ່າງບໍ່ຢຸດຢັ້ງຕາມເສັ້ນທາງທີ່ຖືກຕ້ອງ. ພ້ອມດຽວກັນນີ້, ສອງຜູ້ນຳຍັງສົນທະນາບັນຫາຕ່າງໆທີ່ກຳລັງເຄັ່ງຮ້ອນຕື່ມອີກ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/02/2026