ຣັດເຊຍ ແລະ ອາເມຣິກາ ເພີ່ມທະວີການຕິດຕໍ່ພົວພັນຢູ່ຂັ້ນອົງການ
ທ່ານ ເພສະກົບ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ໃນ ວັນທີ 5 ກຸມພາ ຜ່ານມາ, ທ່ານ ດີມີຕຼີ ເພສະກົບ ໂຄສົກວັງຈາກວັງແກມແລງ
ໄດ້ຢືນຢັນວ່າ: ຣັດເຊຍ ແລະ ອາເມຣິກາ ໄດ້ເພີ່ມທະວີການຕິດຕໍ່ຢູ່ຂັ້ນອົງການ ໃນໄລຍະມໍ່ໆມານີ້.
ທ່ານ ເພສະກົບ ໃຫ້ຮູ້ວ່າ: ມີການຕິດຕໍ່ພົວພັນລະຫວ່າງບັນດາອົງການສະເພາະ ໃນໄລຍະຜ່ານມາ. ຖະແຫຼງການຂອງ ທ່ານ ດີມີຕຼີ
ເພສະກົບ ໄດ້ມີຂຶ້ນ ເພື່ອແນໃສ່ແຈ້ງຕອບຖະແຫຼງການຂອງທ່ານ ໂດນັລ໌ ທຣຳ ປະທານາທິບໍດີ ອາເມຣິກາ ກ່ຽວກັບເລື່ອງທີ່ ອາເມຣິກາ
ພວມດຳເນີນການເຈລະຈາທີ່ມີລັກສະນະສ້າງສັນກັບ ຣັດເຊຍ ແລະ ອູແກຼນ. ທ່ານ ໂຄສົກ ຍັງໄດ້ເນັ້ນໜັກວ່າ: ການເຈລະຈາສັນຕິພາບ
ແມ່ນຂຶ້ນກັບ ອູແກຼນ, ສ່ວນ ຣັດເຊຍ ຍັງຮັກສາຫຼັກໝັ້ນກຽມພ້ອມເຈລະຈາ. ທັດສະນະຂອງ ຣັດເຊຍ ກ່ຽວກັບມາດຕະການສັນຕິພາບ,
ທ່ານ ວາລາດີເມຍ ປູຕິນ (Vladimir Putin) ປະທານາທິບໍດີ ຣັດເຊຍ ເຄີຍຍົກຂໍ້ສະເໜີຫຼາຍຢ່າງ ເພື່ອແນໃສ່ແກ້ໄຂການປະທະກັນ ອູ
ແກຼນ ຜ່ານການເຈລະຈາ.
ຖ້າເປັນໄປຄືດັ່ງກ່າວ, ຣັດເຊຍ ຈະຢຸດຍິງໃນທັນທີ ແລະ ເຂົ້າຮ່ວມການເຈລະຈາ ດ້ວຍເງື່ອນໄຂ ຄື: ອູແກຼນ ຕ້ອງຖະແຫຼງຍົກເລີກແນວ
ຄິດທີ່ຈະເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢ່າງເປັນທາງການ; ກອງທັບ ອູແກຼນ ຕ້ອງຖອນຕົວອອກຈາກເຂດທີ່ຫາກໍ
ໂຮມເຂົ້າ ຣັດເຊຍ; ອູແກຼນ ຕ້ອງປະຕິບັດການປອດການຫັນເປັນການທະຫານ ແລະ ສຸດທ້າຍແມ່ນ, ອູແກຼນ ຕ້ອງຍອມຮັບຂໍ້ຕົກລົງກົດລະ
ບຽບເປັນກາງ, ບໍ່ຮ່ວມສຳພັນການທະຫານ ແລະ ປອດນິວເຄລຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/02/2025