ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສົນທິສັນຍາ​ວ່າ​ດ້ວຍ​ຄູ່ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ
ຣັດ​ເຊຍ-ອີ​ຣານ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ

     ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ ໂດຍ​ອີງ​ຕາມ​ຖະແຫຼງການ​ທີ່​ກະຊວງ​ການ​ຕ່າງປະເທດ​ຣັດ​ເຊຍ​​: ວັນ​ທີ 2 ຕຸລາ ຜ່ານ​ມາ, ສົນທິສັນ
ຍາ​ວ່າ​ດ້ວຍ​ຄູ່ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ ຣັດ​ເຊຍ-ອີ​ຣານ ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເດືອນ​ມັງກອນຜ່ານມາ ​ມີ​ຜົນ​ສັກສິດ​
ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 2 ຕຸລາ ຜ່ານມາ.

     ຖະແຫຼງການ​ລະບຸ​ວ່າ: ເຫດການ​ດັ່ງກ່າວ​ແມ່ນ​ຫຼັກ​ໝາຍ​​ສຳຄັນ​ໃນ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ລະຫວ່າງ​ຣັດ​ເຊຍ​ກັບ ​ອີ​ຣານ
ເຊິ່ງ​ເປັນ​ຂີດ​ໝາຍ​ສະແດງ​ໃຫ້​ເຫັນ​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະເທດ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່. ສັນ
ຍາ​ດັ່ງກ່າວ​ໄດ້​ກຳນົດ​ທິດ​ທາງ​ສຳຄັນ​ແຫ່ງ​ການ​ພັດທະນາ​ໃນ​ໄລຍະ​ຍາວ​ຂອງ​ຂົງເຂດ ບູລິມະສິດ​ທັງ​ໝົດ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ, ໂດຍ​
ໄດ້​ລະບຸ​ວ່າ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ໂລກ​ຫຼາຍ​ຂົ້ວ, ລວມ​ທັງ​ການ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ພາຍ​ໃຕ້​ຂອບ​ອົງ​ການ
ຈັດຕັ້ງ​ຫຼາຍ​ຝ່າຍ​ທີ່​ສຳຄັນ, ຮ່ວມ​ກັນ​ຮັກສາ​ສະຖຽນ​ລະ​ພາບ ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ແລະ ໄພ​ຂົ່ມຂູ່​ທີ່​
ສອງ​ຝ່າຍ​ປະ​ເຊີນ​ຮ່ວມ​ກັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/10/2025