ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດ​ກຽມ​ຂາຍ​ອາວຸດ​ ໃຫ້​ອິດ​ສະ​ຣາ​ແອນ​ມູນ​ຄ່າ​ຫຼາຍ​ພັນ​ລ້ານ​ໂດ​ລາ

     ​ເວັບ​ໄຊ້ ຂ່າວ​ການ​ທະຫານ ອຸດສາຫະກຳ​ປ້ອງ​ກັນ​ຊາດ ເອີ​ຣົບ ລາຍ​ງານ​ໃຫ້​ຮູ້​ວ່າ: ສະຫະລັດ ກຳລັງ​ກຽມ​ການ​​ຂາຍ​ອາວຸດ​ຍຸດ​ໂທ
​ປະກອນ​ໃຫ້​ແກ່​ອິດ​ສະ​ຣາ​ແອນ ມີ​ມູນ​ຄ່າ​ປະມານ 6 ຕື້​ໂດ​ລາ​ສະຫະລັດ ເຊິ່ງ​ຖື​ເປັນ​ການສະແດງ​ເຖິງ​ການ​ປະກາດ​ສະໜັບສະໜູນ​ອິດ​ສະ​
ຣາ​ແອນ ເຖິງ​ແມ່ນ​ວ່າ​ອິດ​ສະ​ຣາ​ແອນ ຈະ​ປະ​ເຊີນ​ກັບ​ການ​ໂດດດ່ຽວ​ຈາກ​ນາໆຊາດ​ຫຼາຍ​ຂື້ນ​ຍ້ອນ​ຈາກ​ສົງຄາມ​ໃນ​ເຂດ​ກາ​ຊາ.

     ລາຍການ​ຈັດ​ຊື້​ຄັ້ງ​ນີ້​ປະກອບ​ດ້ວຍ, ເຮລິ​ກົບ​ແຕ Apache 30 ລຳ​ມູນ​ຄ່າ 3.8 ຕື້​ໂດ​ລາ, ລົດ​ລຳ​ລ້ຽງ​ພົນ​ຈູ່​ໂຈມ​ທະຫານ​ຮາບ
ຈຳນວນ 3,250 ຄັນ​ມູນ​ຄ່າ 1.9 ໂດ​ລາ ແລະ ອະ​ໄຫຼ່ ​ແລະ​ ອຸປະກອນ​ເສີມ​ອື່ນໆ​ ອີກ​ປະມານ 750 ລ້ານ​ໂດ​ລາ. ການ​ຈັດ​ຊື້​ເຖິງ​ແມ່ນ
​ວ່າ​ຈະ​ມີ​ການ​ກົດ​ດັນ​ຄວບ​ຄຸມ​ເຂັ້ມ​ງວດ​ຈາກ​ນາໆຊາດ ແລະ ສຽງ​ຄັດຄ້ານ​ຈາກ​ວຸດ​ທິ​ສະມາຊິກ​ສະພາ ພັກ​ເດ​ໂມ​ແຄຣດ ໃນ​ສະຫະລັດ
ທີ່​ຕ້ອງການ​ຢຸດ​ການ​ຂາຍ​ອາວຸດ​ແບບ​ໂຈມ​ຕີ ໃຫ້​ກັບ​ພັນທະ​ມິດ ອິດ​ສະ​ຣາ​ແອນ ແຕ່​ລັດຖະບານ​ຂອງ​ປະທານາທິບໍດີ ອາ​ເມ​ຣິ​ກາ ກໍ​ຍັງ
​ເດີນ​ໜ້າ​ໃຫ້ການ​ສະໜັບສະໜູນ ອິດ​ສະ​ຣາ​ເອນ ຢ່າງ​ຕໍ່​ເນື່ອງ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/10/2025