ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ລາວ-ກຳປູເຈຍ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ, ເດັດດ່ຽວ
​ຕໍ່ສູ້​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ

     ​​ຕາມ​ຂ່າວ​ຫວຽດນາມ, ບັນດາ​ລັດຖະມົນຕີ​ໄດ້​ຮັບຮອງ​ເອົາ​ຖະແຫຼງການ​ຮ່ວມ ຢືນຢັນ​ຄືນໃໝ່​ຄຳ​ໝັ້ນ​ສັນຍາ​ເຮັດ​ໃຫ້​ຄວາມ​ໄວ້​
ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ​ເລິກເຊິ່ງ​ຂຶ້ນ​ຕື່ມ. ກອງ​ປະຊຸມ​ລັດຖະມົນຕີ ຄັ້ງ​ທີ 2 ລະ
ຫວ່າງ ກະຊວງ​ຕຳຫຼວດ ຫວຽດນາມ, ກະຊວງ​ພາຍ​ໃນ ກຳປູເຈຍ ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ ກ່ຽວ​ກັບ​ການ
​ຮ່ວມ​ມື​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ທາງ​ສັງຄົມ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 30 ມິຖຸນາ ຜ່ານ​ມາ, ຢູ່​
ນະຄອນຫຼວງ ພະນົມ​ເປັນ, ປະເທດ ຣາ​ຊະ​ອານາຈັກ ກຳປູເຈຍ. ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ບັນ ດາ​ກະຊວງ​ຕຳຫຼວດ, ກະຊວງ​ພາຍ
ໃນ​ຂອງ 3 ປະເທດ​ໄດ້​ສະເໜີ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ວຽກ​ງານ​ຕໍ່ສູ້​ຕ້ານ​ການ​ກະທຳ​ຂອງການຄ້າ​ມະນຸດ​ຂ້າມ​ຊາດ; ຮ່ວມ​ມື​ກັນ​ຜັນ​ຂະ
ຫຍາຍ​ໂຄງການ​ປ້ອງ​ກັນ ແລະ ສະກັດ​ກັ້ນ​ຢາ​ເສບ​ຕິດ; ເພີ່ມ​ທະວີ​ການ​ຮ່ວມ​ມື​ຕໍ່ສູ້​ຕ້ານ​ອາ​ຊະ​ຍາ​ກຳ​ສໍ້​ກົງ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດ​ໃນ​
ສະພາບ​ການ​ໃໝ່. ພາຍຫຼັງ​ສຳເລັດ​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ 3 ປະເທດ ໄດ້​ຮັບຮອງ​ເອົາ​ຖະແຫຼງການ​ຮ່ວມ ຢືນຢັນ​ຄືນໃໝ່​ຄຳ​
ໝັ້ນ​ສັນຍາ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ​ເລິກເຊິ່ງ​ຂຶ້ນ​ຕື່ມ; ຍູ້​ແຮງ​ບັນ
ດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ປ້ອງ​ກັນ, ຕໍ່ສູ້​ກັບ​ບັນດາ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ; ຍູ້​ແຮງ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ສົມທົບ​ກັນ​ສືບ
ສວນ; ຊຸກຍູ້​ການ​ຮ່ວມ​ມື ແລະ ບັນດາ​ກົນ​ໄກ​ຕິດຕໍ່​ຊາຍ​ແດນໂດຍກົງ ເພື່ອ​ຮັກສາ​ສະພາບ​ແວດ​ລ້ອມ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ຄວາມ
ໝັ້ນຄົງ ແລະ ພັດທະນາຮ່ວມກັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/07/2026