ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣານ ໂຈມ​ຕີ​ກັບ​ຖານ​ທັບ ສະຫະລັດ ອາ​ເມ​ລິ​ກາ-ອິດ​ສະ​ຣາ​ແອນ,
ພາຍຫຼັງ ​ຜູ້ນຳ​ຂັ້ນ​ສູງ​ຫຼາຍ​ທ່ານ​ ເສຍ​ຊີວິດ

     ​ສໍານັກ​ຂ່າວ Sputnik ຣັດ​ເຊຍ ລາຍ​ງານ ວັນ​ທີ 2 ມີນາ 2026 ນີ້, ກອງ​ກຳລັງ​ສະຫະລັດ ອາ​ເມ​ຣິ​ກາ ແລະ ອິດ​ສະ​ຣາ​ແອນ ໄດ້​ເປີດ
​ປະຕິບັດ​ການ​ໂຈມ​ຕີ​ແບບ​ປະສານ​ງານ​ຕໍ່​ເປົ້າ​ໝາຍ​ຕ່າງໆ​ໃນ​ອີ​ຣານ ລວມ​ທັງ​ເຂດ​ຈຸດ​ຍຸດ​ທະ​ສາດ​ໃນ​ນະຄອນຫຼວງ ເຕ​ເຮ​ຣານ (Tehran) ເມື່ອ
​ວັນ​ເສົາ​ທີ່​ຜ່ານ​ມາ, ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ ແລະ ເຮັດ​ໃຫ້​ພົນລະເມືອງ​ໄດ້​ຮັບ​ບາດເຈັບ ແລະ ເສຍ​ຊີວິດ​ເປັນ​ຈຳນວນ​ຫຼາຍ.

     ຂະນະ​ດຽວ​ກັນ ອີ​ຣານ ກໍ​ໄດ້​ຕອບ​ໂຕ້​ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ​ຖະ​ຫລົ່ມ​ເຂດ​ດິນແດນ​ຂອງ​ອິດ​ສະ​ຣາ​ແອນ ແລະ ຖານ​ທັບ​ຂອງ​ສະຫະ
ລັດໃນ​ທົ່ວ​ພາກ​ພື້ນ​ຕາ ເວັນ​ອອກ​ກາງ​ຢ່າງ​ໜັກ​ເຊັ່ນ​ກັນ. ຈາກ​ເຫດການ​ໂຈມ​ຕີ​ດັ່ງກ່າວ, ມີ​ລາຍ​ງານ​ວ່າ ທ່ານ ອາຍາ​ຕຸນ​ລາ ອາລີ ຄາ​ເມ​ເນ​ອີ
(Ayatollah Ali Khamenei) ຜູ້ນຳ​ສູງ​ສຸດ​ຂອງ​ອີ​ຣານ ໄດ້​ເສຍ​ຊີວິດ​ລົງ. ພ້ອມ​ນັ້ນ, ຍັງ​ມີ​ຜູ້ນຳ​ລະດັບ​ສູງ​ຂອງ​ກອງທັບ ແລະ ຝ່າຍ​ຄວາມ
​ໝັ້ນຄົງ​ອີກ​ຫຼາຍ​ທ່ານ​ທີ່​ຕົກ​ເປັນ​ເຫຍື່ອ​ໃນ​ເຫດການ​ນີ້ ເປັນຕົ້ນ​ແມ່ນ: ທ່ານ ອັບ​ໂດ​ລາ​ຮິມ ມູ​ຊາ​ວີ (Abdolrahim Mousavi) ຫົວໜ້າ​ເສ
ນາ​ທິ​ການ​ຮ່ວມ​ກອງທັບ​ອີ​ຣານ; ທ່ານ ອາລີ ຊາມ​ຄາ​ນີ (Ali Shamkhani) ເລຂາທິການ​ສະພາ​ຄວາມ​ໝັ້ນຄົງ​ສູງ​ສຸດ; ທ່ານ ໂມ​ຮຳ​ມັດ ປັກ​
ປົວ (Mohammad Pakpour) ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ກອງ​ກຳລັງ​ພິ​ທັກ​ປະຕິວັດ​ອິດ​ສະ​ລາມ (IRGC) ແລະ ທ່ານ ອາ​ຊິດ ນາ​ຊີ​ຊາ​ເດ
(Aziz Nasirzadeh) ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ. ດ້ານ​ກອງ​ກຳລັງ​ພິ​ທັກ​ປະຕິວັດ​ອິດ​ສະ​ລາມ (IRGC) ໄດ້​ປະກາດ​ເປີດ​ຍຸດ​
ທະ​ການ “ True Promise 4 ” ໂດຍ​ລະບຸ​ວ່າ, ເປັນ​ປະຕິບັດ​ການ​ບຸກ​ໂຈມ​ຕີ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ປະເທດ ເພື່ອ​ແນໃສ່​
ຖະ​ຫລົ່ມ​ອິດ​ສະ​ຣາ​ແອນ ແລະ ຖານ​ທັບ​ຕ່າງໆ​ຂອງ​ສະຫະລັດ​ໃນ​ພາກ​ພື້ນ​ອ້ອມ​ຂ້າງ.

     ຂະນະ​ທີ່​ເຈົ້າ​ໜ້າທີ່​ຝ່າຍ​ຄວາມ​ໝັ້ນຄົງ ແລະ ຜູ້ນຳ​ໃນ​ສະພາ​ຂອງ​ອີ​ຣານ ໄດ້​ຢືນຢັນ​ວ່າ, ການ​ໂຈມ​ຕີ​ຖານ​ທັບ​ສະຫະລັດ​ຈະ​ຍັງ​ຄົງ​ດຳເນີນ​
ຕໍ່​ໄປ ແລະ ປະເທດ​ມີ​ຄວາມ​ພ້ອມ​ຢ່າງ​ເຕັມ​ສ່ວນ ໃນ​ການ​ປະ​ເຊີນ​ໜ້າ​ກັບ​ສົງຄາມ​ຜູ້ ຮຸກຮານໃນ​ຄັ້ງ​ນີ້. ທ່ານ​ສາມາດ​ຕິດຕາມ​ຂ່າວ ລາຍ​ງານ
​ຄວາມ​ຄືບ​ໜ້າ​ຂອງ​ສະຖານະ​ການ​ແບບ​ຕໍ່ເນື່ອງ ເພື່ອ​ຮັບຊາບ​ລາຍ​ລະອຽດ​ເພີ່ມ​ເຕີມ​ໄດ້​ທີ່​ສຳນັກ​ຂ່າວ​ກອງທັບ​ສະບັບ​ຕໍ່​ໄປ.

ແຫຼ່ງທີ່ມາ: ຂກທ
ວັນທີ 05/03/2026