ອາເມຣິກາປະກາດຂຶ້ນພາສີ 10% ຕໍ່ສິນຄ້າຈີນ
ວິທະຍຸ-ໂທລະພາບສູນກາງ ສປ ຈີນ ລາຍງານໃຫ້ຮູ້ໃນວັນທີ 2 ກຸມພາ 2025 ນີ້ວ່າ: ວັນທີ 1 ກຸມພາ ຜ່ານມາ, ທ່ານ ໂດນັລ ທຣຳ
ປະທານາທິບໍດີອາເມຣິກາ ໄດ້ລົງນາມໃນລັດຖະດຳລັດ ໂດຍຈະຂຶ້ນພາສີ 10% ຕໍ່ສິນຄ້າທີ່ນຳເຂົ້າຈາກຈີນ.
ມື້ດຽວກັນ, ທຳນຽບປະທານາທິບໍດີອາເມຣິກາ ຫຼື ທຳນຽບຂາວ ແຈ້ງໃຫ້ຮູ້ວ່າ: ອາເມຣິກາ ຈະຂຶ້ນພາສີ 10% ຕໍ່ສິນຄ້າທັງ ໝົດທີ່ນຳ
ເຂົ້າຈາກຈີນ ບົນພື້ນ ຖານລະດັບພາສີທີ່ກຳນົດໃນປັດຈຸບັນ. ທ່ານ ໂດນັລ ທຣຳ ຢືນຢັນວ່າ: ສິ່ງດັ່ງກ່າວ ແມ່ນສອດຄ່ອງກັບ “ມາດຕະການ
ລັດທິປົກປ້ອງ” ທີ່ຕົນສະໜັບສະໜູນ. ກ່ອນໜ້ານີ້, ໂຄສົກກະຊວງການຕ່າງປະເທດຈີນ ເຄີຍຢືນຢັນວ່າ: ຈີນ ໄດ້ສະແດງຫຼັກໝັ້ນຫຼາຍເທື່ອ
ໂດຍມີທັດສະນະຢ່າງສະເໝີຕົ້ນສະເໝີປາຍວ່າ: ຈະບໍ່ມີຝ່າຍໃດຊະນະຈາກສົງຄາມການຄ້າ ແລະ ສົງຄາມພາສີ. ຈີນ ຈະເດັດດ່ຽວປົກປັກ
ຮັກສາຜົນປະໂຫຍດຂອງຊາດຢ່າງສະເໝີຕົ້ນສະເໝີປາຍ.
ອີງຕາມເນື້ອໃນທີ່ລັດຖະດຳລັດລະບຸໄວ້, ອາເມຣິກາ ຍັງຈະຂຶ້ນພາສີ 25% ຕໍ່ສິນຄ້າທີ່ນຳເຂົ້າຈາກເມັກຊິກ ແລະ ການາດາ, ໃນນັ້ນ
ຈະຂຶ້ນພາສີ 10% ຕໍ່ຜະລິດຕະພັນພະລັງງານຂອງການາດາ. ນະໂຍບາຍດ້ານພາສີດັ່ງກ່າວ ຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 4 ກຸມພາ
ນີ້ເປັນຕົ້ນໄປ. ທຳນຽບຂາວຢືນຢັນວ່າ: ຖ້າປະເທດທີ່ກ່ຽວຂ້ອງມີການຕອບໂຕ້ຕໍ່ນະໂຍບາຍດ້ານພາສີຂອງອາເມຣິກາ, ອາເມຣິກາ ອາດຈະ
ເພີ່ມລະດັບການຂຶ້ນພາສີຕື່ມອີກ.
ແຫຼ່ງທີ່ມາ: ຂກທ
ວັນທີ 05/02/2025