
ອີຣານ ຢັ້ງຢືນບໍ່ຢາກເຮັດສົງຄາມກັບ ສະຫະລັດ ອາເມຣິກາ

ວັນທີ 2 ກຸມພາ ນີ້: ອີຣານ ຢັ້ງຢືນບໍ່ຢາກເຮັດສົງຄາມກັບ ສະຫະລັດ ອາເມຣິກາ, ໂດຍທ່ານ ມາຊູດ ເປເຊດຄຽນ ( Masoud
Pezeshkian) ປະທານາທິບໍດີ ອີຣານ ໄດ້ຖະແຫຼງວ່າ, ສົງຄາມໄດ້ນຳມາ ເຊິ່ງບັນດາຜົນຮ້າຍເທົ່ານັ້ນ, ບໍ່ມີຜົນປະໂຫຍດໃດໆໃຫ້ແກ່
ອີຣານ, ສະຫະລັດ ອາເມຣິກາ ກໍຄືທົ່ວພາກພື້ນ. ກ່ອນໜ້ານັ້ນ 1 ວັນ, ທ່ານ ປະທານາທິບໍດີ ອີຣານ ໄດ້ຕໍ່ສາຍໂອ້ລົມທາງໂທລະສັບກັບ
ທ່ານປະທານາທິບໍດີ ຕວກກີ ເພື່ອປຶກສາຫາລືກ່ຽວກັບຄວາມເຄັ່ງຕຶງອັນຮ້າຍແຮງ ທີ່ພວມເພີ່ມຂຶ້ນຢູ່ພາກພື້ນຕາເວັນອອກກາງ ໃນສະ
ພາບການທີ່ກຽມພ້ອມປະເຊີນໜ້າທາງການທະຫານຫຼາຍທີ່ສຸດ ແລະ ຍົກອອກບັນດາຄຳເວົ້າທີ່ເຕັມໄປດ້ວຍລັກສະນະນາບຂູ່ຂອງ ອາເມ
ຣິກາ. ຄວາມເຄັ່ງຕຶງລະຫວ່າງ ອາເມຣິກາ-ອີຣານ ໃນປັດຈຸບັນ, ທ່ານ ອາລິ ລາຣິຈານິ ( Ali Larijani ), ຜູ້ນໍາສູງສຸດຂອງ ອີຣານ ໄດ້ປະ
ກາດວ່າ: ປະເທດນີ້ ໄດ້ເລີ່ມສ້າງຂອບການເຈລະຈາກັບ ສະຫະລັດ ອາເມຣິກາ ແລ້ວແຕ່ບັນດາລາຍລະອຽດຍັງບໍ່ທັນໄດ້ເວົ້າເຖິງເທື່ອ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/02/2026