ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ​ທະຫານ​ອາກາດ ​ຈີນ ຢ້ຽມຢາມ ວິທະຍາຄານ​ປ້ອງ​ກັນ​ອາກາດ ສສ ຫວຽດນາມ

     ​ຕອນ​ບ່າຍ​ວັນ​ທີ 27 ມັງກອນ, ຄະນະ​ຜູ້​ແທນ​ທະຫານ​ອາກາດ​ ຈີນ ນຳ​ໂດຍ​ທ່ານ ພັນ​ເອກ ຈາງ ຮາຍ​ລອງ (Zhang Hailong) ຮອງ
ຫົວໜ້າ​ຫ້ອງ​ວ່າການ ຫ້ອງ​ເສນາ​ທິ​ການ ທະຫານ​ອາກາດ ກອງທັບ​ປົດ​ປ່ອຍ​ປະຊາຊົນ ​ຈີນ ໄດ້​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ວິທະຍາຄານ
ປ້ອງ​ກັນ​ອາກາດ-ທະຫານ​ອາກາດ ສສ ຫວຽດນາມ ແລະ ຕ້ອນຮັບ​ໂດຍ​ທ່ານ ພັນ​ເອກ​ພິເສດ ປະລິນຍາ​ເອກ ເລ​ ກົງ ​ແທັ່ງ ຮອງ​ຫົວໜ້າ​ວິທະ
ຍາຄານ​ປ້ອງ​ກັນ​ອາກາດ-ທະຫານ​ອາກາດ ພ້ອມ​ຄະນະ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ ພັນ​ເອກ​ພິເສດ, ປະລິນຍາ​ເອກ ເລ ​ກົງ ​ແທັ່ງ ເນັ້ນ
ໜັກ​ວ່າ: ນີ້​ ແມ່ນ​ກິດຈະກຳ​ພົວພັນ​ຕ່າງປະເທດ​ດ້ານ​ປ້ອງ​ກັນ​ຊາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ປັບປຸງ ແລະ ເພີ່ມ​ທະວີ​ສາຍ​ພົວພັນ​
ມິດຕະພາບ​ທີ່​ເປັນ​ມູນເຊື້ອ​ ລະຫວ່າງ​ສອງ​ພັກ, ລັດ, ກອງທັບ​ຂອງ​ສອງ​ປະເທດ​ ເວົ້າ​ລວມ ແລະ ລະຫວ່າງ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ-ທະຫານ
ອາກາດ ກັບ​ທະຫານ​ອາກາດ​ ຈີນ ເວົ້າ​ສະເພາະ; ແນະນຳ​ໃຫ້​ຄະນະ​ຜູ້​ແທນ​ກ່ຽວ​ກັບ​ມູນເຊື້ອ, ພາລະ​ບົດບາດ, ໜ້າທີ່​ຕົ້ນຕໍ​ຂອງ​ວິທະຍາຄານ​
ປ້ອງ​ກັນ​ອາກາດ-ທະຫານ​ອາກາດ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວກັບ​ບາງ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ບຳລຸງ​ກໍ່ສ້າງ, ຄົ້ນ
ຄວ້າ​ວິທະຍາສາດ​ດ້ານ​ປ້ອງ​ກັນ​ອາກາດ-ທະຫານ​ອາກາດ. ສອງ​ຝ່າຍ​ຢືນຢັນ​ວ່າ: ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ລະຫວ່າງ
ກຳລັງ​ທະຫານ​ອາກາດ-ປ້ອງ​ກັນ​ອາກາດ​ຂອງ​ສອງ​ປະເທດ​ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫຼາຍ​ຢ່າງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ
​ກັນ​ຊາດ​ນັບ​ມື້​ນັບ​ພັດທະນາ; ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ, ໃນ​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ປ້ອງ​ກັນ​ອາ ກາດ-ທະຫານ​ອາກາດ​ຂອງ​ກອງທັບ​ສອງ​ປະ
ເທດ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ຕາມ​ເນື້ອ​ໃນ​ຈິດໃຈ​ຮ່ວມ​ມື ລະຫວ່າງ ສອງ​ປະເທດ​ທີ່​ໄດ້​ວາງ​ອອກ, ປະກອບ ສ່ວນ​ນຳ​ການ​ພົວພັນ​ດ້ານ​ປ້ອງ​ກັນ
​ຊາດ​ສອງ​ຝ່າຍ​ຫວຽດນາມ - ຈີນ ໃຫ້​ນັບ​ມື້​ນັບ​ພັດທະນາ. ການ​ຢ້ຽມຢາມ, ຄະນະ​ຜູ້​ແທນ​ທະຫານ​ອາກາດ​ຈີນ ໄດ້​ໄປ​ຢ້ຽມຢາມ​ຫ້ອງ​ ບັນ
ຍາຍ ເພື່ອ​ເຝິກແອບ​ການ​ບັນຊາ​ການບິນ​ຂອງ​ວິທະຍາຄານ​ທະຫານ​ອາກາດ-ປ້ອງ​ກັນ​ອາກາດ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/02/2026