ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ-ອິນ​ເດຍ ປຶກສາ​ຫາລື​ກ່ຽວ​ກັບ​ການ​ເປີດ​ກວ້າງ ແລະ ປັບປຸງ​ການ​ຮ່ວມ​ມື​ສອງ​ຝ່າຍ


     ວັນ​ທີ 27 ມັງກອນ ຜ່ານ​ມາ, ທ່ານ ໂດນັລ ທຣຳ ປະທານາທິບໍດີ​ ອາ​ເມ​ຣິ​ກາ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ ທ່ານ ນາ​ເຣນ​ດຣາ ໂມ​
ດີ ນາຍົກລັດຖະມົນຕີ ອິນ​ເດຍ.

     ສອງ​ຝ່າຍ ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເປີດ​ກວ້າງ ແລະ ປັບປຸງ​ການ​ຮ່ວມ​ມື​ລະຫວ່າງ ອາ​ເມ​ຣິ​ກາ ແລະ ອິນ​ເດຍ. ການ​ນຳ​ສອງ​ທ່ານ ຍັງ​ໄດ້​
ປຶກສາ​ຫາລື​ຫລາຍ​ບັນຫາ​ຢູ່​ພາກ​ພື້ນ ລວມ​ມີ: ຄວາມ​ໝັ້ນຄົງ​ຢູ່ ມະຫາ​ສະໝຸດ​ອິນ​ເດຍ-ປາ​ຊີ​ຟິກ, ຕາເວັນ​ອອກ​ກາງ ແລະ ເອີ​ຣົບ, ທ່ານ​ປະທາ
ນາທິບໍດີ​ອາ​ເມ​ຣິ​ກາ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ ອິນ​ເດຍ ເພີ່ມ​ການ​ເກັບ​ຊື້​ບັນດາ​ອຸປະກອນ​ປ້ອງ​ກັນ​ຄວາມ​ປອດ​ໄພ ທີ່​ອາ​ເມ​ຣິ​ກາ ຜະລິດ
ແລະ ກ້າວ​ໄປ​ສູ່​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ຢ່າງ​ຍຸຕິ​ທຳ. ສອງ​ຝ່າຍ ຍັງ​ໄດ້​ເນັ້ນ​ໜັກ​ຢ່າງ ແຮງ​ເຖິງ​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​
ຍຸດ​ທະ​ສາດ​ລະຫວ່າງ ອາ​ເມ​ຣິ​ກາ ແລະ ອິນ​ເດຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/02/2025