ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຫຼີ​ສຽງ ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ເສດຖະກິດ ຈີນ-ເຢຍ​ລະ​ມັນ


ທ່ານ ຟຣີດ​ຣິ​​ສ ເມີ​​ສ ນາຍົກລັດຖະມົນຕີ​ເຢຍ​ລະ​ມັນ ​ແລະ ທ່ານ ຫຼີ​ສຽງ ນາຍົກ ລັດຖະມົນຕີ​ຈີນ ຮ່ວມ​ສຳ​ມະ​ນາ​ໃນ​ວັນ​ທີ 26/02/2026

     ​ຕອນ​ບ່າຍ​ວັນ​ທີ 26 ກຸມພາ ຜ່ານ​ມາ​ນີ້, ທ່ານ ຫຼີ​ສຽງ ນາຍົກ ລັດຖະມົນຕີ​ຈີນ ແລະ ທ່ານ ຟຣີ ດ​ຣິ​​ສ ເມີ​​ສ ນາຍົກລັດຖະມົນຕີ​ເຢຍ​ລະ​
ມັນ ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຂອງ​ຄະນະ​ກຳມະການ​ທີ່​ປຶກສາ​ດ້ານ​ເສດຖະກິດ​ຈີນ-ເຢຍ​ລະ​ມັນ ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​
ຊາດ ທີ່​ນະຄອນຫຼວງ​ປັກ​ກິ່ງ, ໂດຍ​ມີ​ຜູ້ຕາງໜ້າ​ຈາກ​ວິ​ສາ​ຫະ​ກິດ​ຈີນ ແລະ ເຢຍ​ລະ​ມັນ 60 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ.

     ທ່ານ ຫຼີ​ສຽງ ກ່າວ​ວ່າ: ປັດຈຸບັນ, ເສດຖະກິດ​ຈີນ ແລະ ເຢຍ​ລະ​ມັນ ຕ່າງ​ກໍ​ມີ​ທ່າ​ອ່ຽງ​ຟື້ນ​ຕົວ​ຄືນໃໝ່ ແລະ ພັດທະນາ​ໄປ​ໃນ​ທິດ​ທາງ​ທີ່​ດີ​
ຂຶ້ນ. ສອງ​ຝ່າຍ​ສາມາດ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພັດທະນາ 3 ດ້ານ ເພື່ອ​ບັນລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ ທີ່​ມີ​ລະດັບ​ສູງ​
ກວ່າ​ເກົ່າຄື: ໜຶ່ງ, ເສີມ​ສ້າງ​ພື້ນຖານ​ຂອງ​ການ​ຮ່ວມ​ມື​ແບບ​ດັ້ງເດີມ​ໃຫ້​ເຂັ້ມແຂງ; ສອງ, ກຳ​ແໜ້ນ​ໂອກາດ​ການ​ພັດທະນາ​ໃໝ່​ໃນ​ອະນາຄົດ;
ສາມ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ລົງທຶນ ແລະ ທຸລະ​ກິດ. ຫວັງ​ວ່າ​ນັກທຸລະກິດ​ຈີນ ແລະ ເຢຍ​ລະ​ມັນ​ຈະ​ເສີມ​ຂະຫຍາຍ​ບົດບາດ​
ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຂອງ​ສອງ​ປະເທດ, ທັງ​ເພີ່ມ​ທະວີ​ການ​ແລກປ່ຽນ ແລະ ຄວາມ​ເຂົ້າໃຈ​ລະຫວ່າງ​
ສອງ​ຝ່າຍ ແລະ ຊຸກຍູ້​ຄວາມ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ສອງ​ຝ່າຍ.

     ທ່ານ ຟຣີດ​ຣິ​​ສ ເມີ​​ສ ກ່າວ​ວ່າ: ເຢຍ​ລະ​ມັນ ມຸ່ງ​ໝັ້ນ​ທີ່​ຈະ​ຮຽນ​ຮູ້ ແລະ ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ​ລະ​ກັນ​ກັບ​ຈີນ, ເພີ່ມ​ທະວີ​ການ​ຮ່ວມ
​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ ໃນ​ຂົງເຂດ​ຕ່າງໆ, ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ເຢຍ​ລະ​ມັນ-ຈີນ ຂະຫຍາຍຕົວ​ຢ່າງ​ໝັ້ນຄົງ​ຍາວ​ນານ.
ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະ​ກິດ​ຈີນ ໄປ​ລົງທຶນ ແລະ ດຳເນີນ​ທຸລະ​ກິດ​ຢູ່​ເຢຍ​ລະ​ມັນ ຫຼາຍ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ເພີ່ມ​ທະວີ​
ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 02/03/2026