ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ແລະ ສະຫະລັດອາເມຣິກາ ຮ່ວມມືແກ້ໄຂຜົນຮ້າຍຈາກສົງຄາມຜ່ານມາ


    ຕອນບ່າຍວັນທີ 30 ຕຸລາຜ່ານມາ, ທີ່ຮ່າໂນ້ຍ, ທ່ານ ຕິມ ລິກເຊີ ທີ່ປຶກສາອາວຸໂສດ້ານນະໂຍ ບາຍການຕ່າງປະເທດຂອງສະມາຊິກສະພາສູງສະຫະລັດ ອາເມຣິກາ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມສູນກາງຜູ້ປະສົບໄພເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ.

     ທ່ານ ພົນໂທ ຫງວຽນວັນລິງ ປະທານສະມາຄົມ VAVA ຢືນຢັນວ່າ: ຫວຽດນາມຍາມໃດກໍ່ຖືສຳຄັນການຮ່ວມມືກັບສະຫະລັດອາເມຣິກາ, ສະຫະລັດ ອາເມຣິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າໃນຫຼາຍຂົງເຂດ. ພິເສດແມ່ນການຮ່ວມມືແກ້ໄຂກ່ຽວກັບຜົນຮ້າຍຈາກສົງຄາມທີ່ຖືເປັນວຽກໜຶ່ງທີ່ສຳ ຄັນໃນການພົວພັນລະຫວ່າງສອງປະເທດ, ສອງຝ່າຍປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ, ຮ່ວມມືຊ່ວຍເຫຼືອຜູ້ປະສົບໄພເຄາະຮ້າຍຈາກທາດພິດສີສົ້ມ ທີ່ຜົນກະທົບຈາກສົງຄາມໃນເມື່ອກ່ອນ. ໂດຍສະເພາະແມ່ນຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນຕໍ່ສິ່ງແວດລ້ອມ ແລະ ປະຊາຊົນບາງທ້ອງຖີ່ນຢ່າງ ຫຼວງຫຼາຍ. ປັດຈຸບັນ, ປະຊາຊົນຫວຽດນາມຈໍານວນ 4,8 ລ້ານຄົນຖືກທາດພິດສີສົ້ມ/ດີໂອຊິນ ແລະ 3 ລ້ານຄົນເປັນອໍາມະພາດຈາກທາດພິດສີສົ້ມ/ດີໂອ ຊິນຢ່າງໜັກໜ່ວງ. ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ພະຍາຍາມສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜ່ານຜ່າຜົນຮ້າຍດັ່ງກ່າວ ເພື່ອຊ່ວຍເຫຼືອຊີວິດ
ຂອງຄອບຄົວຜູ້ປະສົບໄພເຄາະຮ້າຍ ແລະ ຂະຫຍາຍໄປສູ່ຫຼາຍແຂວງ ເພື່ອໃຫ້ຜູ້ປະສົບໄພເຄາະຮ້າຍໄດ້ຮັບຜົນປະໂຫຍດ ແລະ ຄວນໃຫ້ບຸລິມະສິດການ ໜູນຊ່ວຍໂດຍກົງໃຫ້ແກ່ຄອບຄົວຜູ້ເຄາະຮ້າຍ.

     ປັດຈຸບັນ, ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມຣິກາ (USAID) ສະໜັບສະໜູນພຽງ 8 ແຂວງ ແລະ ບັນຫາພິດທີ່ເກີດຂຶ້ນຢູ່ສະ ໜາມບີນດ່າໜັງ ແລະ ບຽນຮວ່າ, ຝ່າຍສະຫະລັດອາເມຣິກາ ຍັງມີແຜນການຜັນຂະຫຍາຍການໜູນຊ່ວຍໄປຫຼາຍແຂວງໃນໄລຍະທີ່ຈະມາເຖິງນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/11/2022