ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມນາຍທະຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່

     ກະຊວງປ້ອງກັນປະເທດຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຈາກພັນໂທຂຶ້ນພັນເອກ ໃນວັນທີ 1 ກັນຍາ 2017, ໂດຍການເປັນກຽດເຂົ້າຮ່ວມ
ຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ກົມໃຫຍ່,
ຫ້ອງວ່າການ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມນາຍທະຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ

     ໃນພິທີ ພັນເອກ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າ
ດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນໂທຂຶ້ນຊັ້ນພັນເອກ ຈຳນວນ 15 ສະຫາຍຄື: 1. ພັນໂທ ສີພອນ ແກ້ວສະໄໝ ຮອງຫົວໜ້າກົມໂຄສະນາ
ອົບຮົມ ກມທ, 2. ພັນໂທ ນາງ ຄຳພູ ສິດທິເສນ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, 3. ພັນໂທ ບຸນທ່ຽງ ຈັນທຸມມາ ຫົວໜ້າການເມືອງໂຮງໝໍ
109, 4. ພັນໂທ ສີທອງ ຖີ່ນສະຫວັນ ຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງ ທັບ, 5. ພັນໂທ ສີສຸກ ສີຈັນທອນ ຫົວໜ້າການເມືອງໂຮງໝໍ 106,
6. ພັນໂທ ບຸນສານ ຈັນທະສອນ ຮອງຫົວໜ້າການເມືອງ ວພກ, 7. ພັນໂທ ບຸນກ້ຽງ ວົງສາລາດ ຮອງຫົວໜ້າການທະຫານ ວພກ, 8. ພັນໂທ ສອນແກ້ວ
ຜາລິທອງ ຫົວໜ້າການເມືອງກອງພັນໃຫຍ່ 641, 9. ພັນໂທ ບຸນຕາ ສິນນະວົງ ຫົວໜ້າການທະຫານກອງພັນໃຫຍ່ 584, 10. ພັນໂທ ສົງກາ ບຸນຄຸນ
ຮອງຫົວໜ້າການທະຫານ ວປກ, 11. ພັນໂທ ສົມສັກ ສີນຸວົງ ຮອງຫົວໜ້າຫ້ອງການບໍລິຫານຫ້ອງວ່າການກະຊວງ, 12. ພັນໂທ ທອງສີ ຄຳມະນີວົງ ຫົວ
ໜ້າພະແນກອົບ ຮົມການບິນ ກສນ, 13. ພັນໂທ ບຸນກວ້າງ ໃຈມະວົງສາ ຮອງຫົວໜ້າພະແນກເສນາທິການກອງພັນໃຫຍ່ 703, 14. ພັນໂທ ບຸນຕຽງ
ສຸລິເສດ ຫົວໜ້າກົມຮັກສາສຸຂະພາບສູນກາງຫ້ອງວ່າການກະຊວງ, 15. ພັນໂທ ຂວັນມິ່ງ ບິດາສັກ ຫົວໜ້າຄະນະຄູບັນຊາ-ເສນາ ວປກ.

     ໂອກາດດັ່ງກ່າວ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍທີ່ໄດ້ຮັບການເລື່ອນ
ຊັ້ນຄັ້ງນີ້, ຖືວ່າເປັນພະນັກງານ-ເປັນນາຍທະຫານຂັ້ນສູງຂອງພັກ-ລັດ ແລະ ຂອງກໍາລັງປ້ອງກັນຊາດທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ
ການຈັດຕັ້ງທຸກຂັ້ນ, ດັ່ງນັ້ນບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ຈົ່ງສືບຕໍ່ເອົາໃຈໃສ່ພັດທະນາຕົນເອງໃນທຸກດ້ານ, ຮັບປະກັນໃນການປະຕິ
ບັດໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິຜົນສູງກວ່າເກົ່າ, ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດໃນການນຳພາ-ບັນຊາ, ຮູ້ສັງເກດ ແລະ ກຳແໜ້ນ
ບັນຫາສາກົນ ແລະ ພາກພື້ນ, ມີນໍ້າໃຈເສຍສະຫຼະສູງ, ເປັນແບບຢ່າງທີ່ດີໃຫ້ແກ່ນາຍ ແລະ ພົນທະຫານໃນທຸກດ້ານ, ນຳພາກົມກອງກ້າວຂຶ້ນເຮັດສຳເລັດ
ໜ້າທີ່, ປະກອບສ່ວນໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ.