ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ອາລີອັນ ປະກັນໄພລາວ ມອບຊຸດວອມໃຫ້ຄະນະຊີ້ນຳ ແລະ ນັກກີລາກົມ ວສ-ປສ


ພັນເອກ ສຸລີວັນ ແສງຈັນ ກ່າວຮັບເຄື່ອງກີລາຊຸດວອມນຳບໍລິສັດ ອາລີອັນ ປະກັນໄພລາວ

     ວັນທີ 24 ທັນວາ 2018 ນີ້, ບໍລິສັດ ອາລີອັນ ປະກັນໄພລາວ ໄດ້ນຳເອົາເຄື່ອງກີລາຊຸດວອມໄປມອບໃຫ້ຄະນະຊີ້ນຳ ແລະ ນັກກີລາບານສົ່ງຍິງຂອງກົມ ວສ-ປສ
ການທະຫານ ທີ່ກຽມເຂົ້າຮ່ວມການແຂ່ງຂັນກີລາເພື່ອຊິງຂັນລັດຖະມົນຕີກະຊວງປ້ອງກັນປະເທດ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ກ່າວ
ມອບໂດຍ ທ່ານ ສຸລັດ ໄຊຍະກຳ ຜູ້ຈັດການພາກສະໜາມຂອງບໍລິສັດ ອາລີອັນ ປະກັນໄພລາວ ພ້ອມຄະນະ ແລະ ກ່າວຮັບແມ່ນ ພັນເອກ ສຸລິວັນ ແສງຈັນ ຮອງຫົວ
ໜ້າກົມ ວສ-ປສ ການທະຫານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີຊຸດວອມທີ່ພິມໂລໂກ້ເຄື່ອງໝາຍກົມ ວສ-ປສ ການທະຫານ ເພື່ອປະ ກອບສ່ວນເຂ້ົາໃນການເຝິກຊ້ອມຂອງຄະນະຊີ້ນຳ ແລະ ນັກກີ
ລາໃນການລົງພາກສະໜາມຕົວຈິງ ເຊິ່ງມີຈຳ ນວນ 20 ຊຸດ ລວມມູນຄ່າ 5 ລ້ານກີບ.