ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດລາວ-ຫວຽດນາມ
ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຮອບດ້ານປະຈຳປີ 2019


ພົນເອກ ຈັນສະໝອນ ຈັນຍາລາດ ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຮອບດ້ານປະຈຳປີ 2019

     ໃນໂອກາດທີ່ເດີນທາງໄປພົບປະສາມລັດຖະມົນຕີກະຊວງປ້ອງກັນປະເທດຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ໃນວັນທີ 28 ທັນວາ 2018 ນີ້, ສະ
ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງ
ຝ່າຍກັບສະຫາຍ ພົນເອກ ໂງຊວນລິກ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມ
ດ້ວຍຄະນະ, ເຊິ່ງການພົບປະກັນຄັ້ງນີ້ຂອງການນຳຂັ້ນສູງຂອງສອງກະຊວງປ້ອງກັນປະເທດໄດ້ພ້ອມກັນຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ
ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ເຊິ່ງນັບມື້ໄດ້ຮັບການເສີມຂະ
ຫຍາຍໃຫ້ແໜ້ນແຟ້ນຈະເລີນງອກງາມ ແລະ ກ້າວສູ່ລວງເລິກ.

     ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕາງໜ້າໃຫ້ການນຳພັກ-ລັດຕະຫຼອດນາຍ ແລະ ພົນທະຫານທົ່ວກອງທັບປະຊາຊົນລາວ ສະແດງ
ຄວາມຂອບອົກຂອບໃຈຢ່າງລົ້ນເຫຼືອໂດຍຜ່ານສະຫາຍ ພົນເອກ ໂງຊວນລິກ ຜ່ານໄປຍັງການນຳພັກ-ລັດກອງທັບ ແລະ ປະຊາຊົນຫວຽດນາມທີ່ຍາມໃດກໍຈິງໃຈຊ່ວຍ
ເຫຼືອພັກ-ລັດ, ກອງທັບ ແລະ ປະຊາຊົນລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນກໍສະເໜີຫຼາຍບັນຫາທີ່
ສຳຄັນໃນການສືບຕໍ່ພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນສະເໜີໃຫ້ກອງທັບປະຊາຊົນຫວຽດນາມຊ່ວຍເຫຼືອໃນການກໍ່ສ້າງໂຮງຮຽນຊົນເຜົ່າກອງທັບ, ຊ່ວຍກໍ່ສ້າງບຳ
ລຸງພະນັກງານຂັ້ນນຳຂອງກອງທັບປະຊາຊົນລາວ ແລະ ຂະແໜງການອື່ນໆທີ່ທັງສອງຝ່າຍເຫັນດີຮ່ວມກັນ.

     ໂອກາດດັ່ງກ່າວ ສະຫາຍ ພົນເອກ ໂງຊວນລິກ ກໍສະແດງຄວາມຂອບອົກຂອບໃຈອັນຈິງໃຈຕໍ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ, ເຊິ່ງຍາມໃດກໍໄດ້ປະກອບສ່ວນອັນສຳຄັນໃນການສ້າງສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບຫວຽດນາມ-ລາວ,
ລາວ-ຫວຽດນາມ ແລະ ອີກເທື່ອໜຶ່ງກໍສະແດງຄວາມຊົມເຊີຍທີ່ສະຫາຍໄດ້ຮັບການເລື່ອນຊັ້ນໃໝ່ເຊິ່ງເປັນຂີດໝາຍບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງ
ທັບປະຊາຊົນລາວຕໍ່ການສະເໜີຂອງສະຫາຍນັ້ນ, ຝ່າຍຫວຽດນາມມີຄວາມເຫັນດີໃນການຮ່ວມມືຊ່ວຍເຫືຼອເຊ່ິງກັນ ແລະ ກັນ ເພ່ືອເຮັດໃຫ້ການຮ່ວມມືຍຸດທະສາດຮອບ
ດ້ານລະຫວ່າງສອງກອງທັບລາວ-ຫວຽດນາມໝັ້ນຄົງຄະນົງແກ່ນຕະຫຼອດກາລະນານ ພ້ອມນັ້ນກໍຍັງໄດ້ເຊັນບົດບັນທຶກຊ່ວຍຈຳ ເຊິ່ງຝ່າຍລາວແມ່ນ ສະຫາຍ ພົນເອກ
ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ, ຝ່າຍຫວຽດນາມແມ່ນສະຫາຍ ພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ
ສສ ຫວຽດນາມ ເປັນຜູ້ລົງນາມ, ມີບັນດາຄະນະນຳທັງສອງກະຊວງເຂົ້າຮ່ວມ.