ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ປະກາດການຈັດຕັ້ງຂັ້ນກົມ ແລະ ຈຳນວນ​ກອງ


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ໃນວັນທີ 28 ສິງຫາ 2020 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ແລະ ຮັກສາການກົມໂດຍການເປັນປະທານຂອງ ສະຫາຍ ພົນ
ໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມໃຫຍ່,
ກົມ, ຫ້ອງການ, ກອງເຂົ້າຮ່ວມ.

     ສະຫາຍ ພັນເອກ ຖາວອນ ສີຫາລາດ ຮອງຫົວໜາ້ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ກົມປ້ອງກັນ
ພາຍໃນ ກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງຮັກສາການ ຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ຫົວໜ້າ ການເມືອງກອງພັນ 160 ກົມ
ໃຫຍ່ການເມືອງກອງທັບ ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ ກົມໃຫຍ່ການເມືອງກອງທັບ ພັກການເພື່ອປິ່ນປົວສຸຂະພາບ, ໃນການປະກາດການແຕ່ງ
ຕັ້ງຄັ້ງນີ້ກໍເພື່ອເປັນການປະຕິບັດຕາມທິດທາງການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ກຮອບດ້ານ ເພຶ່ອເຮັດ
ສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນນີ້ໄດ້ແຕ່ງຕັ້ງ ພັນເອກ ທອງດໍາ ພົງສະຫວັດ ເປັນຫົວໜ້າ ກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ,
ຕົກລົງອະນຸມັດໃຫ້ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ພັກປີ່ນປົວສຸຂະພາບ, ຕົກລົງແຕ່ງຕັ້ງ
ສະຫາຍ ພັນເອກ ຄຳຂື່ນ ເລີດສະໄຫວ ຮັກສາການ ຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນຈັນ ດວງພົມ ມີເປັນ
ຫົວໜ້າການເມືອງກອງ ພັນ 160 ກົມໃຫຍ່ການເມືອງກອງທັບ.

     ໃນພິທີ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍໄດ້ໂອ້ລົມຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງພ້ອມກັນສືບຕໍ່ຊອກຮູ້ຮ່ຳຮຽນຄວາມຮູ້ທາງດ້ານວິຊາສະເພາະ,
ຄວາມຮູ້ທາງດ້ານແນວທາງນະໂຍບາຍຂອງພັກ-ລັດ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍໃຫ້ສຳເລັດສົມກັບຄວາມໄວ້ເນື້ອເຊື່ອ
ໃຈຂອງຂັ້ນເທິງ, ເອົາໃຈໃສ່ຮັບຜິດຊອບຕໍ່ຊີວິດການເປັນຢູ່ຂອງພະນັກງານໃນກົມກອງ, ມີຄວາມສາມັກຄີເປັນເອກະພາບໃນໝູ່ຄະນະກວດກາຄືນ ແບບແຜນວິທີການເຮັດ
ວຽກປະສານສົມທົບກັບການບໍລິຫານ ແລະ ພ້ອມກັນນຳເອົາເນື້ອໃນຈິດໃຈດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນສູງກວ່າເກົ່າ.