ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສຸມໃສ່ຄົ້ນຄວ້າໂຄງການຫຼັກສູດກໍ່ສ້າງເລັ່ງລັດ
ນາຍທະຫານຂັ້ນປະລິນຍາໂທ ສາຍການທະຫານ-ການເມືອງ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ດຳເນີນກອງປະຊຸມສະພາວິທະຍາສາດຂັ້ນວິທະຍາຄານຕົນ ໃນວັນທີ 30 ສິງຫາຜ່ານມາ, ໂດຍ
ການເປັນປະທານຂອງພັນເອກ ປະລິນຍາເອກ ຄຳໄພ ຟອງດາລາ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ ວປກ, ເຊິ່ງມີບັນດາຄູ-ອາ
ຈານຈາກ 3 ຄະນະວິ ຊາຄູ, ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.


ພັນເອກ ປະລິນຍາເອກ ຄຳໄພ ຟອງດາລາ ເປັນປະທານກອງປະຊຸມສະພາວິທະຍາສາດ ວປກ

     ກອງປະຊຸມສະພາວິທະຍາສາດໃນຄັ້ງນີ້: ແມ່ນໄດ້ສຸມໃສ່ຄົ້ນຄວ້າກ່ຽວກັບໂຄງການຫຼັກສູດກໍ່ສ້າງເລັ່ງລັດນາຍທະຫານຂັ້ນປະລິນຍາໂທການທະ
ຫານ-ການເມືອງ ປະຈຳສົກຮຽນ 2017-2018. ໂດຍອີງໃສ່ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ: ວ່າດ້ວຍການຮັບຮອງ ແລະ ນຳໃຊ້ໂຄງການຫຼັກສູດ
ການກໍ່ສ້າງນາຍທະຫານຂັ້ນປະລິນຍາໂທການທະຫານ-ການເມືອງ ແລະ ອີງໃສ່ໝາກຜົນການຄົ້ນຄວ້າສັງລວມ, ຕາມການສະເໜີຂອງຫົວໜ້າກົມອົບ
ຮົມ-ກໍ່ສ້າງ ແລະ ຫົວໜ້າວິທະຍາຄານ. ໂດຍຜູ້ເຂົ້າຮ່ວມແມ່ນໄດ້ປະກອບຄຳຄິດ-ຄຳເຫັນ ແລະ ພ້ອມກັນເອກະພາບປັບປຸງທາງດ້ານເນື້ອໃນ, ຫົວຂໍ້, ຫຼັກ
ໄວຍາກອນ ແລະ ການພິມເຫຼົ່ານີ້ເປັນຕົ້ນ. ທັງນີ້ກໍເພື່ອເຮັດໃຫ້ເອກະສານ ກໍຄືບົດສອນມີຄວາມລະອຽດຊັດເຈນ, ກະທັດຮັດ, ຖືກຕ້ອງຕາມຫຼັກສູດ,
ແທດເໝາະກັບສະພາບຄວາມເປັນຈິງ ແລະ ສາມາດນຳໃຊ້ໃຫ້ມີປະສິດທິຜົນສູງ.

     ຄະນະອຳນວຍການ ແລະ ຂະແໜງການກ່ຽວຂ້ອງໃນວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ຈັດຕັ້ງສອບເສັງຢັ່ງລະດັບຄວາມຮູ້ສຳລັບ
ນັກສຶກສາທຸກສາຂາວິຊາຮຽນ ປະະຈຳສົກຮຽນປີ 2017-2018. ໃນລະຫວ່າງວັນທີ 29-30 ສິງຫານີ້.

     ຕາມການໃຫ້ຂໍ້ມູນຂອງພະແນກແຜນການ ການຮຽນ-ການສອນ, ກົມອົບຮົມ-ກໍ່ສ້າງວິທະຍາຄານດັ່ງ ກ່າວໃຫ້ຮູ້ວ່າ: ການສອບເສັງທົດສອບໃນຄັ້ງ
ນີ້, ແມ່ນເພື່ອຢັ່ງລະດັບຄວາມຮູ້ທາງດ້ານວິຊາສະເພາະ, ເຕັກນິກ ແລະ ພື້ນຖານຂອງແຕ່ລະສາຍວິຊາ ບໍ່ວ່າຈະເປັນ: ທາງດ້ານວິຊາການການເມືອງ-ການທະ
ຫານ, ພາສາຕ່າງປະເທດ ແລະ ຄວາມຮູ້ພື້ນຖານທາງດ້ານເຕັກນິກຄອມພິວເຕີ ແລະ ອື່ນໆ. ໂດຍມີນັກສຶກສາປີໜຶ່ງຂັ້ນປະລິນຍາໂທ ການທະຫານ-ການ
ເມືອງ, ຍຸດທະບັ້ນຮົບ-ຍຸດທະສາດ, ທິດສະດີມາກ-ເລນີນ ແລະ ນັກສຶກສາພາສາຕ່າງປະເທດທຸກໆສາຂາວິຊາຮຽນ (ອັງກິດ, ຫວຽດນາມ, ຈີນ ແລະ ຣັດ
ເຊຍ ) ເຂົ້າຮ່ວມການສອບເສັງ. ຜົນການສອບເສັງປາກົດວ່າສາມາດຕີລາຄາໄດ້ຕາມມາດຖານທົ່ວໄປຂອງແຕ່ລະສາຂາວິຊາຮຽນ.