ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບໃບປະກາຊະນິຍະບັດ ແກ່ນາຍທະຫານທີ່ຈົບການຄົ້ນຄວ້າ
ຂັ້ນປະລິນຍາເອກ ຈາກວິທະຍາຄານປ້ອງກັນຊາດຫວຽດນາມ


     ພິທີມອບໃບປະກາຊະນິຍະບັດ ແກ່ນາຍທະຫານທີ່ຈົບການຄົ້ນຄວ້າຂັ້ນປະລິນຍາເອກຈາກວິທະຍາຄານປ້ອງກັນຊາດກອງທັບປະຊາຊົນຫວຽດນາມໄດ້ ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນວັນທີ 25 ສິງຫາ 2016 ນີ້, ໂດຍການເຂົ້າຮ່ວມເປັນປະ
ທານຂອງ ສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມ
ໃນພິທີດັ່ງກ່າວມີ ສະຫາຍ ພົນຕີ ຟາມ ກວາງຊວນ ຮອງຫົວຫນ້າອຳນວຍການວິທະຍາຄານປ້ອງກັນຊາດກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຜູ້ຕາງ
ໜ້າຄະນະພັກ-ຄະນະອຳນວຍການ ວປກ, ກັບພະນັກງານກົມໂຮງຮຽນ, ກົມກໍ່ສ້າງພະນັກງານ (ຄະນະຈັດຕັ້ງສູນກາງພັກ, ກົມໂຄສະນາອົບຮົມ ກມທ, ກົມ
ສຶກສາຊັ້ນສູງ (ກະຊວງສຶກສາທິການ ແລະກີລາ) ແລະວິທະຍາຄານພະລາທິການ.


ພົນຈັດຕະວາສອນທອງພົມລາວົງ ເປັນປະທານພິທີມອບໃບປະກາຊະນິຍະບັດແກ່ນາຍທະຫານ
ທີ່ຈົບການຄົ້ນຄວ້າຂັ້ນປະລິນຍາເອກຈາກວິທະຍາຄານປ້ອງກັນຊາດກອງທັບປະຊາຊົນຫວຽດນາມ

                                             

     ສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບໄດ້ໃຫ້ຄຳເຫັນໂອ້ລົມບັນ
ຫາເຊິ່ງບາງຕອນສຳຄັນໄດ້ຊີ້ໃຫ້ເຫັນວ່າບັນດາສະຫາຍທີ່ໄດ້ສຳເລັດການສຶກສາຄົ້ນຄວ້າຈາກວິທະຍາຄານປ້ອງກັນປະເທດຂອງກອງທັບປະຊາຊົນຫວຽດ
ນາມ ເຊິ່ງແມ່ນວຸດທິການສຶກສາລະດັບສູງສຸດຂອງໂຄງການຫລັກສູດການສຶກສາຢູ່ໃນໂຮງຮຽນການທະຫານຂອງກອງທັບປະຊາຊົນຫວຽດນາມ ກໍຄືລະ
ດັບໂລກ ພ້ອມນັ້ນມັນກໍເປັນກຽດສູງສົ່ງທີ່ໄດ້ມີບັນດາສະຫາຍນາຍທະຫານນັກຄົ້ນຄວ້າຂອງກອງທັບປະຊາ ຊົນລາວເຮົາ ທີ່ໄດ້ມີໂອກາດໄປສຶກສາຄົ້ນ
ຄວ້າຢູ່ແຫ່ງດັ່ງກ່າວປະສົບຜົນສຳເລັດຢ່າງຈົບງາມ.

     ໂອກາດນີ້ກໍໄດ້ຈັດຕັ້ງມອບໃບປະກາສະນີຍະບັດໃຫ້ແກ່ 5 ສະຫາຍດັ່ງກ່າວຄື: ພັນໂທ ຂັວນມິ່ງ ບິດາສັກ, ພັນໂທ ສີພອນ ພົງສະຫວັດ, ພັນໂທ ທອງ
ພັນ ແກ້ວດວງສີ, ພັນໂທ ສົມເພັດ ວົງພະຈັນ ແລະພັນໂທ ສີພອນ ແກ້ວສະໄໝ ໂດຍການໃຫ້ກຽດຂຶ້ນມອບຂອງ ສະຫາຍ ພົນຕີ ຟາມ ກວາງຊວນ ຮອງ
ອຳນວຍການວິທະຍາຄານປ້ອງກັນຊາດກອງທັບປະຊາຊົນຫວຽດນາມ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012