ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບຫຼຽນກຽດຕິຄຸນກອງທັບແກ່ນາຍທະຫານຢູ່ 3 ກົມກອງ


     ​ກາງເດືອນ ສິງຫາ ນີ້, ຄະນະພັກ-ຄະນະກອງບັນຊາການທະຫານແຂວງອຸດົມໄຊ ໂຮງໝໍບໍລິເວນ 106 ແລະກຸ່ມບໍລິສັດພັດທະນາຊົນນະບົດໃໝ່ (ກອງທັບ) ໄດ້ຈັດພິທີປະດັບຫລຽນກຽດຕິຄຸນກອງທັບປະຊາຊົນລາວໃຫ້ແກ່ພະນັກງານນາຍທະຫານຂັ້ນຕ່າງໆຜູ້ທີ່ໄດ້ເຂົ້າຮ່ວມເຮັດການປະຕິວັດແຕ່
ປີ 1975 ຄືນຫລັງ, ຕາມບົດແນະນຳຂອງກົມໃຫຍ່ການເມືອງກອງທັບ ແນໃສ່ເປັນການສັນລະເສີນຜົນງານ, ຄຸນງາມຄວາມດີຂອງພະນັກງານນາຍທະ
ຫານແຕ່ລະຄົນທີ່ໄດ້ອຸທິດຊີວິດ, ສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້, ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນ
ແບບເກົ່າ-ແບບໃໝ່ ເພື່ອຄວາມເປັນເອກະລາດອັນແທ້ຈິງຂອງຊາດ ແລະອິດສະຫລະພາບຂອງປະຊາຊົນລາວບັນດາເຜົ່າ.


                                             

     ໃນນີ້ຢູ່ກອງບັນຊາການທະຫານແຂວງອຸດົມໄຊ ມີຜູ້ໄດ້ຮັບການປະດັບຫລຽນກຽດຕິຄຸນດັ່ງກ່າວຈຳນວນ 35 ສະຫາຍ, ພ້ອມນີ້ກໍມີຜູ້ໄດ້ຮັບການຍ້ອງ
ຍໍໃນການປະກອບສ່ວນຮັບໃຊ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະສະມາຊິກສະພາຂັ້ນແຂວງ-ນະຄອນຫຼວງຜ່ານມາອີກດ້ວຍ ໃນນີ້ໄດ້
ຮັບຫລຽນໄຊແຮງງານຊັ້ນ II ຈຳນວນ 80 ສະຫາຍ, ຫລຽນໄຊແຮງງານຊັ້ນ III ຈຳນວນ 30 ສະຫາຍ, ຫລຽນກາແຮງງານ 111 ສະຫາຍ ໃບຍ້ອງຍໍຂອງ
ຄະນະກຳມະການເລືອກຕັ້ງລະດັບຊາດ 211 ສະຫາຍ ແລະໃບຊົມເຊີຍ 213 ສະຫາຍ, ຢູ່ໂຮງໝໍ ບໍລິເວນ 106 ມີຜູ້ໄດ້ຮັບການປະດັບຫລຽນ ກຽດຕິຄຸນ
ກອງທັບຈຳນວນ 7 ສະຫາຍ ສ່ວນຢູ່ກຸ່ມບໍລິສັດ, ລັດພັດທະນາຊົນນະບົດໃໝ່ມີຜູ້ໄດ້ຮັບການປະດັບຫລຽນກຽດຕິຄຸນດັ່ງກ່າວຈຳນວນ 5 ສະຫາຍ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012