ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບໂຮງສີເຂົ້າ ແລະ ເຕົາຫຸງຕົ້ມດ້ວຍອາຍນ້ຳ ໃຫ້ໂຮງຮຽນກໍ່ສ້າງນາຍສິບເລກ I


     ​ວັນທີ 24 ສິງຫາ 2016 ນີ້, ກົມອຸປະໂພກ-ບໍລິໂພກ, ກົມໃຫຍ່ພະລາທິການກອງທັບ ໄດ້ລົງມາມອບໂຮງສີເຂົ້າ ແລະເຕົາຫຸງຕົ້ມດ້ວຍອາຍນໍ້າໃຫ້ ໂຮງ ຮຽນກໍ່ສ້າງນາຍສິບເລກ 1 ນຳໃຊ້ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ວົງສັກ ພັນທະວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມ ໃຫຍ່ພະລາທິການກອງທັບ ເຊິ່ງມີຄະນະພັກ-ຄະນະອຳນວຍການ ແລະພະນັກງານທີ່ກ່ຽວຂ້ອງຂອງໂຮງຮຽນດັ່ງກ່າວເຂົ້າຮ່ວມ.


ພັນເອກບຸນແຍງວິໄລສົມ ມອບໂຮງສີເຂົ້າໃຫ້ໂຮງຮຽນກໍ່ສ້າງນາຍສິບເລກ I

                                           

     ໂຮງສີເຂົ້າທີ່ໄດ້ມອບໃນຄັ້ງນີ້ ເປັນໂຮງສີເຂົ້າຂະໜາດກາງໜຶ່ງເຄື່ອງສາມາດສີໄດ້ 12 ໂຕນຕໍ່ວັນ ແລະເຮືອນໂຮງສີເຂົ້າລວມມູນຄ່າ 480 ລ້ານກີບ,
ເຕົາຫຸງຕົ້ມດ້ວຍອາຍນໍ້າ D150 ຫນຶ່ງເຄື່ອງ ມູນຄ່າ 119 ລ້ານກີບ, ໂດຍການກ່າວມອບຂອງ ພັນເອກ ບຸນແຍງ ວິໄລສົມ ຄະນະພັກກົມໃຫຍ່ພະລາຫົວ
ໜ້າກົມອຸປະໂພກ-ບໍລິໂພກ ແລະພັນເອກ ຈັນດີ ສຸລິວົງສັກ ເລຂາຄະນະພັກຫົວໜ້າການເມືອງໂຮງຮຽນເປັນຜູ້ກ່າວຮັບໂດຍຊ້ອງໜ້າຄະນະພັກ-ຄະນະອຳ
ນວຍການ, ພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ. ເຊິ່ງສະຫາຍໄດ້ສະແດງຄວາມຂອບອົກຂອບໃຈ ຢ່າງລົ້ນເຫຼືອຕໍ່ຂັ້ນເທິງທີ່ເຫັນໄດ້ຄວາມສຳຄັນໃນການ
ຄຸ້ມຄອງທັບ, ລ້ຽງດູທັບຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະນັກຮຽນໃນໂຮງຮຽນໃຫ້ມີຄວາມສະດວກຄ່ອງຕົວດີຂຶ້ນລື່ນ
ເກົ່າ ພ້ອມທັງໃຫ້ການຢືນຢັນວ່າຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນວຽກງານຮັບປະກັນພະລາທິການລ້ຽງດູກຳລັງ ໃຫ້ເກີດປະໂຫຍດສູງສຸດ ແລະໃຊ້ໄດ້ຍາວ
ນານ.

     ໂອກາດນີ້ ທ່ານ ພົນຈັດຕະວາ ວົງສັກ ພັນທະວົງ ກໍໄດ້ໃຫ້ທິດຊີ້ນຳບາງບັນຫາສຳຄັນເປັນຕົ້ນແມ່ນຕ້ອງຄຸ້ມຄອງປົກປັກຮັກສາເຄື່ອງຂອງທີ່ຂັ້ນເທິງ
ປະກອບໃຫ້ ແລະນຳໃຊ້ໃຫ້ຍາວນານ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012