ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊີ້ນຳວຽກງານຫັດແອບເຝີກຊ້ອມການຊ່ວຍເຫຼືອ
ດ້ານມະນຸດສະທຳ ແລະ
ກິດຈະກຳບໍລິການດ້ານການແພດ "ຂະບວນລົດໄຟສັນຕິພາບ 2018"

     ວັນທີ 29 ກໍລະກົດ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່
ເສນາທິການກອງທັບ, ພ້ອມດ້ວຍຄະນະໄດ້ລົງກວດກາ ແລະ ຊີ້ນຳວຽກງານການຫັດແອບເຝິກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິ
ການທາງດ້ານການແພດ “ຂະບວນລົດໄຟສັນຕິພາບ 2018” ຂອງສອງກອງທັບ ລາວ-ຈີນ ຢູ່ທີ່ວິທະຍາຄານພະລາທິການ ກອງທັບ (ອ່າງນ້ຳຫຸມ) ນະຄອນ
ຫຼວງວຽງຈັນ ໂດຍມີ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ ທັງ
ເປັນຫົວໜ້າຄະນະຮັບຜິດຊອບ ຊີ້ນຳລວມໃນການຫັດແອບໃຫ້ ການຕ້ອນຮັບ.


ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊີ້ນຳວຽກງານຫັດແອບເຝີກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ
ແລະກິດຈະກຳບໍລິການດ້ານການແພດ "ຂະບວນລົດໄຟສັນຕິພາບ
2018"

     ໂອກາດນີ້ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກຄະນະຮັບຜິດຊອບວຽກງານຫັດແອບຂອງຝ່າຍຈີນປະຈຳພາກສະ
ໜາມໃນໄລຍະຜ່ານມາໃນການກະກຽມຄວາມພ້ອມຕ່າງໆໃນ ການຫັດແອບເພື່ອຮັບປະກັນການກຽມພ້ອມສູ້ຮົບໃນເວລາມີຄຳສັ່ງຫັນພາວະກະກຽມພ້ອມ
ສູ້ຮົບຂຶ້ນສູ່ພາວະຄົບຖ້ວນທີ່ຂັ້ນເທິງວາງອອກໃນດ້ານການແພດສະໜາມ. ນອກຈາກນີ້ກໍຍັງໄດ້ຮັບຊົມການສາທິດທົດສອບ ຄວາມສາມາດໃນການນຳໃຊ້
ພາຫະນະເຕັກນິກການແພດຊະນິດຕ່າງໆເຂົ້າໃນພາລະກິດກອບກູ້ຊີວິດຂອງຜູ້ບາດເຈັບ ແລະ ເພື່ອກຳແໜ້ນການຈັດຕັ້ງຊີ້ນຳ-ນຳພາການວາງແຜນການນຳ
ໃຊ້ກຳລັງຕົວຈິງຂອງການກອບກູ້. ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດໃນອະນາຄົດໃຫ້ສ່ອດຄ່ອງກັບສະພາບຕົວຈິງ.

     ພາຍຫຼັງທີ່ໄດຮັບຟັງການລາຍງານ ແລະ ໄດ້ຮັບຊົມການສາທິດຕົວຈິງໃນເບື້ອງຕົ້ນແລ້ວ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ຕີລາຄາຄືນ ພ້ອມທັງສະແດງຄວາມຍໍຍ້ອງຊົມເຊີຍ ແລະ ຍັງໄດ້ເນັ້ນໜັກ ໃຫ້ທຸກພາກສ່ວນ
ຖອດຖອນເອົາບົດຮຽນໃນການເຝິກແອບເທື່ອນີ້ເພື່ອເປັນພື້ນຖານໃນຄັ້ງຕໍ່ໄປໃນການວາງແຜນການ, ການນຳໃຊ້ກຳລັງ, ການຈັດຕັ້ງບັນຊາ, ການຈັດຕັ້ງ
ປະສານເຮັດວຽກງານຮັບປະກັນແຕ່ລະດ້ານ ແລະ ມີຄວາມສາມາດເຄື່ອນໄຫວປະຕິບັດໜ້າທີ່ຕົວຈິງໃນການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອປະຊາຊົນ
ໄດ້ເມື່ອເຫດການໄພພິບັດເກີດຂຶ້ນ.