ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງງານສ້ອມແປງລົດ-ເຮືອ ສະຫຼຸບຖອດຖອນບົດຮຽນ
ການສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ໃນຕອນເຊົ້າວັນທີ 25 ກໍລະກົດ 2017 ນີ້, ໂຮງງານສ້ອມແປງລົດ-ເຮືອ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງຮາກ
ຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ປະຈໍາປີ 2016- 2017 ແລະ ທິດທາງແຜນການສົກປີ 2017-2018 ໂດຍການເຂົ້າຮ່ວມເປັນປະທານຂອງ
ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ຄະນະພັກອົງການກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ພ້ອມດ້ວຍຄະນະກວດກາກອງແຂງ
ໜ່ວຍພັກຮູ້ນໍາພາຮອບດ້ານ, ມີຄະນະພັກ-ຄະນະອໍານວຍການໂຮງງານສ້ອມ ແປງລົດ-ເຮືອ ແລະ ພະນັກງານສະມາຊິກພັກເຂົ້າຮ່ວມ.


ກອງປະຊຸມສະຫຼຸບຖອດຖອນບົດຮຽນການສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ

     ພັນໂທ ຄໍາເຜີຍ ແສງອາລຸນ ເລຂາໜ່ວຍພັກ ໄດ້ຂຶ້ນຜ່ານບົດສະຫຼຸບໃນໜຶ່ງປີຜ່ານມາ ອີງຕາມຂໍ້ກຳນົດຂອງຄະນະພັກກະຊວງປ້ອງກັນປະເທດ ສະບັບ
ເລກທີ 65/ຄພກຊ, ລົງວັນທີ 13/ 07/2005 ວ່າດ້ວຍລະບອບ ການກວດກາຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງຮາກຖານພັກ ແລະ ສະມາຊິກ
ພັກທົ່ວກອງທັບ, ອີງຕາມຄໍາສັ່ງແນະນໍາຂອງຄະນະພັກອົງການກົມໃຫຍ່ເຕັກນິກກອງທັບ ເລກທີ 0323/ຄພກຕນ ລົງວັນທີ 14/ 05/2015 ວ່າດ້ວຍ
ມາດຖານ, ບາດກ້າວ ແລະ ວິທີຈັດຕັ້ງປະຕິບັດການກວດກາກອງແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ, ໜ່ວຍພັກໂຮງງານສ້ອມແປງລົດ-ເຮືອ ໄດ້ຈັດຕັ້ງ
ເຄື່ອນໄຫວຊີ້ນໍາ-ນໍາພາວຽກງານກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານໃນໄລຍະຜ່ານມາ ຍົກໃຫ້ເຫັນຜົນສໍາເລັດໃນວຽກງານແຕ່
ລະດ້ານ ເຊິ່ງຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ໃນການນໍາພາປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ
ນໍາພາແນວຄິດເປັນກົກ ເຮັດໃຫ້ພະນັກງານສະມາຊິກພັກມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກເຂົ້າໃຈແຈ້ງຕໍ່ພາລະບົດບາດ ແລະ ໜ້າ
ທີ່ຂອງຕົນ, ເຊື່ອໝັ້ນຕໍ່ການ ນໍາພາຂອງພັກ, ມີຄວາມຈົງຮັກພັກດີ, ມີສະຕິສູງ, ຈໍາແນກມິດ ແລະ ສັດຕູໄດ້ຢ່າງຈະແຈ້ງ, ພະນັກງານສະມາ ຊິກພັກໄດ້
ມີຄວາມເຂົ້າໃຈ ແລະ ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ຕໍ່ປະເທດຊາດ ຕໍ່ກອງທັບ ກໍຄືໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບ
ມອບໝາຍ, ເຊິ່ງສະແດງອອກໃນສົກປີຜ່ານມາມີລົດນໍາເຂົ້າມາສ້ອມແປງທັງໝົດ 26 ຄັນ, ສ້ອມແປງສໍາເລັດ 20 ຄັນ, ສ້ອມແປງຢູ່ໃນຮ່ວງງົບປະມານ
14 ຄັນ ມູນຄ່າ 100 ລ້ານກີບ, ສ້ອມແປງລົດໃນຮ່ວງບໍລິຫານ 6 ຄັນ ມູນຄ່າ 15.775.000 ກີບ, ໃນນີ້ຍັງໄດ້ຊອກຫາແຫຼ່ງທຶນຫາລາຍໄດ້ດ້ວຍການ
ປູກຝັງ-ລ້ຽງສັດ ປູກພືດລົ້ມລຸກຕາມລະດູການ ສາມາດສ້າງລາຍຮັບໄດ້ທັງໝົດ 46.849.000 ກີບ, ສະເລ່ຍ 633.000 ກີບ ຕໍ່ຄົນຕໍ່ປີ.

     ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ໄດ້ໂອ້ລົມຕໍ່ກອງປະຊຸມໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ຈົ່ງເອົາໃຈໃສ່ຍົກສູງບົດ
ບາດໃນການຊີ້ນໍາ-ນໍາພາຂອງຕົນ, ສືບຕໍ່ກໍ່ສ້າງພັກໃຫ້ໜັກ ແໜ້ນທາງດ້ານການເມືອງນໍາພາແນວຄິດ, ເປັນແບບຢ່າງໃຫ້ມະຫາຊົນຈົງຮັກພັກດີຕໍ່ປະເທດ
ຊາດ, ຕໍ່ກອງທັບ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ກໍາແໜ້ນມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງຄະນະພັກກະຊວງ
ປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຂອງຄະນະພັກອົງການກົມໃຫຍ່ເຕັກນິກ ໃຫ້ແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງໃນຂະບວນ
ການວຽກງານໃຫ້ປາກົດຜົນເປັນຈິງ.