ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະດັບຫຼຽນໄຊ, ຫຼຽນກາ
ໃຫ້ ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ

     ໃນວັນທີ 24-26 ພຶດສະພາ 2017 ນີ້, ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຈັດຕັ້ງພິທີປະດັບຫຼຽນໄຊ, ຫຼຽນກາ ໃຫ້ບຸກຄົນ ແລະ ກົມກອງ
ລວມໝູ່, ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ເຮືອນຮັບແຂກ ຝາມ ຫງູ ຫຼາວ ນະຄອນຫຼວງຮ່າໂນ້ຍ ໂດຍ
ການເຂົ້າຮ່ວມ ແລະ ໃຫ້ກຽດປະດັບຫຼຽນຂອງ ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມ
ໃຫຍ່ພະລາທິການກອງທັບປະຊາຊົນລາວ, ສະຫາຍ ພົນຕີ ຮສຈ ປອ ຫງວຽນ ຈອງ ຈິງ ເລຂາຄະນະພັກວິທະຍາຄານການແພດກອງທັບປະຊາຊົນຫວຽດ
ນາມ, ມີຄະນະພັກ-ຄະນະບັນຊາທັງສອງຝ່າຍເຂົ້າຮ່ວມ.


ພົນຈັດຕະວາ ຄຳເພັດ ສີຊານົນ ປະດັບຫຼຽນໄຊ, ຫຼຽນກາໃຫ້ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ

     ການປະດັບຫຼຽນໄຊ, ຫຼຽນກາໃຫ້ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມຄັ້ງນີ້ ກໍເພື່ອປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດແຫ່ງ ສປປ ລາວ ສະບັບເລກທີ 1703/ກປທ ລົງວັນທີ 21 ມີນາ 2017 ວ່າດ້ວຍການຍ້ອງຍໍສັນລະເສີນຜົນງານໃຫ້ແກ່ກົມກອງລວມໝູ່ ແລະ
ບຸກຄົນວິທະຍາຄານການ ແພດກອງທັບປະຊາຊົນຫວຽດນາມ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຕົກລົງປະດັບຫຼຽນໄຊພິລະອາດຫານ ຊັ້ນ II
ໃຫ້ບຸກຄົນ ຈຳນວນ 2 ສະຫາຍ ແລະ ກົມກອງລວມໝູ່ 1 ກົມກອງ, ປະດັບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ກົມກອງລວມໝູ່ ຈຳນວນ 5 ກົມກອງ
ແລະ ປະດັບຫຼຽນກາມິດຕະພາບໃຫ້ບຸກຄົນ ຈຳ ນວນ 2 ສະຫາຍ ທັງນີ້ກໍເພື່ອຈາລຶກເຖິງຄຸນງາມຄວາມດີຕໍ່ການຊ່ວຍເຫຼືອຂອງວິທະຍາຄານການແພດ
ກອງທັບປະຊາຊົນຫວຽດນາມ ໃຫ້ແກ່ວິທະຍາຄານການແພດກອງທັບປະຊາຊົນລາວ ບົນພື້ນຖານເສີມຂະຫຍາຍ ສາຍພົວພັນຄວາມສາມັກຄີພິເສດ
ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ-ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍແມ່ນ
ສອງວິທະຍາຄານການແພດກອງ ທັບປະຊາຊົນຫວຽດນາມ ກັບ ວິທະຍາຄານການແພດກອງທັບປະຊາຊົນລາວ ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ໝັ້ນ
ຄົງຍາວນານ.