ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ສຳເລັດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

     ກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວຄະນະພັກກົມໃຫຍ່ການເມືອງກອງທັບ ທີ່ໄດ້ດຳເນີນມາແຕ່ວັນທີ 22 ພຶດສະພາ
ມາເຖິງວັນທີ 30 ພຶດສະພາ ນີ້, ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກຈາກກົມນ້ອຍ,
ອົງການ ແລະ ກອງເຂົ້າຮ່ວມ.


ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ກ່າວອັດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

      ພົນຕີ ວິໄລ ຫຼ້າຄຳຟອງ ກ່າວຄຳເຫັນຕໍ່ກອງປະຊຸມວ່າ: ຜ່ານການຄົ້ນຄວ້າເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນ ແລະ ການປະກອບຄຳເຫັນ
ການສຳຫຼວດກວດກາຂອງບັນດາສະຫາຍສະມາຊິກພັກແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຊີວິດຊີວາ ແລະ ມີຄວາມເອກະພາບສູງພາຍໃນ
ພັກຕໍ່ແນວທາງນະໂຍບາຍຂອງພັກໃນການແກ້ໄຂບັນຫາທີ່ເປັນສິ່ງທ້າທາຍອັນໜັກໜ່ວງສຳລັບພັກປະຊາຊົນປະຕິວັດລາວ ແລະ ປະເທດຊາດ ກໍຄືກຳລັງ
ປະກອບອາວຸດຂອງພວກເຮົາເວົ້າລວມ, ເວົ້າສະເພາະແມ່ນທົ່ວຄະນະພັກກົມໃຫຍ່ການເມືອງກອງທັບ, ພ້ອມນັ້ນຍັງຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງທີ່
ພວກເຮົາຈະຕ້ອງໄດ້ຕັດສິນໃຈແກ້ໄຂໃນຕໍ່ໜ້າ ຊອກຫາສາເຫດຕົ້ນຕໍຕ່າງໆ ແລະ ບັນຫາເລັ່ງທວງຮີບດ່ວນທີ່ຈະພ້ອມກັນແກ້ໄຂ, ເຊິ່ງພວກເຮົາໃນນາມ
ເປັນສະມາຊິກພັກ-ພະນັກງານຫຼັກແຫຼ່ງຂັ້ນຕ່າງໆຈະຕ້ອງພ້ອມກັນຫັນເອົາເນື້ອໃນຈິດໃຈບັ້ນດຳເນີນຊີວິດການ ເມືອງປັບປຸງປົວແປງພາຍໃນພັກຄັ້ງນີ້ໄປ
ຈັດຕັ້ງປະຕິບັດຕົວຈິງໃຫ້ແທດເໝາະ ແລະ ສຳເລັດດີກວ່າເກົ່າ.