ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງສະພາວິທະຍາສາດ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ


ປະກາດການຈັດຕັ້ງສະພາວິທະຍາສາດ ການທະຫານ

     ຕອນບ່າຍຂອງວັນທີ 30 ມີນາ 2017 ນີ້, ຢູ່ກອງບັນຊາການ ທະຫານນະຄອນຫຼວງ ໄດ້ມີພິທີປະກາດການຈັດຕັ້ງສະພາວິທະຍາສາດ ການທະຫານ
ຂັ້ນຮາກຖານຂື້ນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີ
ພັນເອກ ສີ ທະວີໄຊ ຫົວໜ້າການທະຫານ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງກອງບັນຊາການທະຫານນະຄອນຫຼວງເຂົ້າຮ່ວມ.


ພັນໂທ ອູເທບ ພົມມະເທບ ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ

     ໃນພິທີສະຫາຍ ພັນໂທ ອູເທບ ພົມມະເທບ ຮອງຫົວໜ້າພະແນກການເມືອງ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂື້ນຜ່ານຂໍ້ຕົກລົງ
ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 5127/ກປທ ລົງວັນທີ 28 ເດືອນ 12 ປີ 2016 ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ
ການທະຫານ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ປະກອບດ້ວຍບຸກຄະລາກອນທັງໝົດ 9 ສະຫາຍ ໂດຍໄດ້ແຕ່ງຕັ້ງສະຫາຍ ພັນເອກ ສີ ທະວີໄຊ ຫົວໜ້າການທະຫານເປັນປະທານ ສະຫາຍພັນໂທ ສິງທອງ ວິບຸນມີ ເປັນຮອງ ແລະສະຫາຍ ພັນເອກ ຄຳພັດ ເພີນບຸດດາ ເປັນຄະນະ ແລະມີບັນ
ດາສະຫາຍເປັນຄະນະກຳມະການ ແລະ ຜູ້ປະຈຳການອີກ 6 ສະຫາຍ.


ພັນເອກ ວິຊຽນ ສີສະອາດ ໂອ້ລົມຕໍ່ພິທີປະກາດການຈັດຕັ້ງສະພາວິທະຍາສາດ ການທະຫານ

     ໂອກາດນີ້ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້ໂອ້ລົມຕໍ່ພິທີ, ເຊີ່ງສະຫາຍຍ້ອງຍໍ
ຊົມເຊີຍຕໍ່ຜົນງານ ແລະໄຊຊະນະຂອງກອງບັນຊາການທະຫານນະຄອນຫຼວງ, ໂດຍສະເພາະສະພາວິທະຍາສາດໃນຊຸດທີ່ຜ່ານມາສາມາດຍາດໄດ້ຜົນງານ ຫຼາຍດ້ານພ້ອມທັງຮຽກຮ້ອງໃຫ້ສະພາວິທະຍາສາດຊຸດໃໝ່ຈົ່ງສືບຕໍ່ເສີມສ້າງໃຫ້ດີກວ່າເກົ່າ ໂດຍຖືເອົາສິດໜ້າທີ, ພາລະບົດບາດຕາມການຕົກລົງຂອງຂັ້ນ
ເທີງເປັນບ່ອນອີງ ໃນການຄົ້ນຄ້ວາປືກສາຫາລື, ກຳນົດໂຄງການ ການຄົ້ນຄ້ວາຂຽນປະຫວັດສາດມູນເຊື້ອຂອງແຕ່ລະກົມກອງ, ຂຽນບັ້ນຮົບ, ບັ້ນຕີ, ນັກ ຮົບແຂ່ງຂັນ ແລະວິລະຊົນແຫ່ງຊາດ ທີ່ມີສາຍພົວພັນ ຢູ່ພາຍໃນຂົງເຂດກົມກອງຮັບຜິດຊອບ, ຮັກສາໄດ້ຄວາມສາມັກຄີພາຍໃນຄະນະເປັນເອກະພາບບັນ ຫາ ແລະນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນດີຂື້ນ.


ຖ່າຍຮູບລວມກັນພາຍຫຼັງທີ່ປະກາດການຈັດຕັ້ງແລ້ວ