ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ອວຍພອນພະນັກງານບຳນານ

     ໃນຕອນເຊົ້າຂອງວັນທີ 30 ມັງກອນ 2019 ນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະ ໄດ້
ນຳເອົາກະຕ່າຂອງຂວັນໄປອວຍພອນ ທ່ານ ບຸນຊູ ສີໄພງາມ ອະດີດຮອງຜູ້ບັນຊາການກອງຟ້າງຸ່ມວຽງຈັນ, ພະນັກງານບຳນານ ຢູ່ບ້ານຫ້ວຍຄຳ, ເມືອງສັງທອງ ໃນໂອກາດ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ພ້ອມດ້ວຍຄະນະ ອວຍພອນ ທ່ານ ບຸນຊູ ສີໄພງາມ

     ໂອກາດອວຍພອນຄັ້ງນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ກໍ່ໄດ້ນຳເອົາກະຕ່າຂອງຂວັນ ແລະ ຄຳຢື້ຢາມຖາມຂ່າວເຖີງຄວາມສຸກທຸກຂອງ ທ່ານ ບຸນຊູ ສີໄພງາມ
ຊຶ່ງທ່ານເປັນຄົນໜຶ່ງທີ່ໄດ້ສຸມສະຕິປັນຍາເຂົ້າໃນການປະຕິວັດຕໍ່ສູ້ປົດປ່ອຍຊາດຍາດເອົາເອກະລາດມາສູ່ປະເທດ ແລະ ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການກໍ່ສ້າງ ກໍ່
ຄືກອງທັບແຕ່ຕົ້ນຕະຫຼອດປາຍທີ່ມີຜົນງານຄຸນງາມຄວາມດີ ພ້ອມທັງກ່າວຄຳອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມທີ່ສົມບູນ ມີຄວາມຜາສຸກໃນ
ຊີວິດສ່ວນຕົວ ແລະ ຄອບຄົວ.