ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບສະຫຼຸບວຽກງານຮັບປະກັນ
ດ້ານພາຫະນະເຕັກນິກ ແລະ ຍ້ອງຍໍຜົນງານ 5 ປີ

     ວັນທີ 28 ມັງກອນ 2019 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮັບປະກັນພາຫະນະເຕັກນິກໃຫ້ແກ່ຂະບວນສວນ
ສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໂດຍການເປັນປະທານຂອງ ທ່ານ ພົນຕີ ກິລະກອນ ບຸນນະຜົນ ກຳມະການຄະນະພັກກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມໃຫຍ່, ຄະນະພັກ-ຄະນະບັນຊາບັນດາກົມເຫຼົ່າຮົບຕ່າງໆ ແລະ ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຕີ ກິລະກອນ ບຸນນະຜົນ ປະດັບຫຼຽນໄຊພິລະອາດຫານໃຫ້ແກ່ບຸກຄຄົນ

     ໃນກອງປະຊຸມໄດ້ສະຫຼຸບຕີລາຄາຄືນວຽກງານຮັບປະກັນດ້ານພາຫະນະເຕັກນິກຢູ່ໃນພາກສະໜາມເຝິກແອບສວນສະໜາມ ແລະ ສວນສະໜາມຕົວຈິງໃນມື້ສະເຫີຼມ
ສະຫຼອງວັນທີ 20 ມັງກອນ 2019 ຜ່ານມາ, ທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກເພື່ອເປັນບົດຮຽນໃນຕໍ່ໜ້າ. ຈາກນັ້ນບັນດາສະຫາຍຄະນະຮັບຜິດຊອບແຕ່ລະພາກສ່ວນກົມ
ກອງເຫຼົ່າຮົບກໍໄດ້ປະກອບຄໍາເຫັນໃສ່ຈຸດຄົງຄ້າງບາງດ້ານ ເພື່ອເປັນບົດຮຽນໃຫ້ແກ່ການຍົກສູງສະມັດຖະພາບຂອງວຽກງານຮັບປະກັນດ້ານພາຫະນະເຕັກນິກເຂົ້າໃນການ
ເຝິກແອບຮໍ່າຮຽນກຽມພ້ອມສູ້ຮົບໃຫ້ດີຂຶ້ນກວ່າເກົ່າ.

     ສັງຮວມແລ້ວ, ວຽກງານຮັບປະກັນດ້ານພາຫະນະເຕັກນິກເຂົ້າໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ມີຜົນສຳເລັດດີ ແລະ ມີ
ຄວາມປອດໄພ 100%.

     ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 25 ມັງກອນ 2019 ນີ້, ກົມໃຫຍ່ເຕັກນິກກອງທັບ ກໍໄດ້ຈັດຕັ້ງຍ້ອງຍໍຜົນງານ 5 ປີ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງ
ທັບປະຊາຊົນລາວ ຄົບຮອບ 70 ປີ, ໃຫ້ແກ່ພະ ນັກງານ-ນັກຮົບ, ໃນ 6 ກົມ 3 ຫ້ອງທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ.

     ໃນນີ້ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ແກ່ບຸກຄົນຈໍານວນ 8 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ແກ່ບຸກຄົນ ຈໍານວນ 18 ສະຫາຍ, ຫຼຽນໄຊອິດສະ
ຫຼະຊັ້ນ III ໃຫ້ແກ່ກົມກອງລວມໝູ່ 1 ກົມກອງ ແລະ ຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງລວມໝູ່ 1 ກົມກອງ, ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ແກ່ບຸກຄົນ ຈໍາ
ນວນ 16 ສະຫາຍ, ປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ບຸກຄົນ ຈໍານວນ 19 ສະຫາຍ, ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ກົມກອງລວມໝູ່ 2 ກົມກອງ, ຫຼຽນໄຊແຮງ
ງານຊັ້ນ II ໃຫ້ແກ່ບຸກຄົນ ຈໍານວນ 28 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ບຸກຄົນ ຈໍານວນ 54 ສະຫາຍ, ຫຼຽນກາແຮງງານໃຫ້ແກ່ບຸກຄົນ ຈໍານວນ 44 ສະຫາຍ,
ໃບຍ້ອງຍໍປະເພດຕ່າງໆໃຫ້ແກ່ບຸກຄົນ ຈໍານວນ 20 ສະຫາຍ.