ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເປີດກວ້າງຕີລາຄາການນຳພາ
ຂອງຄະນະພັກອົງການກົມໃຫຍ່ພະລາທິການ ປະຈຳປີ 2017

     ໃນຕອນເຊົ້າວັນທີ 26 ມັງກອນ 2018 ນີ້, ກົມໃຫຍ່ພະລາທິການກອງທັບໄດ້ຈັດກອງປະຊຸມເປີດກວ້າງຂອງຄະນະພັກອົງການກົມໃຫຍ່ພະລາທິການ
ກອງທັບ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວ
ໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກ-ຄະນະບັນຊາ, ຄະນະໜ່ວຍພັກຮາກຖານ, ໜ່ວຍພັກກົມກອງທີ່ຂຶ້ນກັບເຂົ້າ
ຮ່ວມ.


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານກອງປະຊຸມເປີດກວ້າງຕີລາຄາການນຳພາຂອງຄະນະພັກອົງການກົມໃຫຍ່ພະລາທິການ ປະຈຳປີ 2017

     ໃນພິທີເປີດກອງປະຊຸມ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ກ່າວວ່າ: ກອງປະຊຸມເປີດກວ້າງຄະນະພັກອົງການກົມໃຫຍ່ພະລາທິການກອງທັບປະ
ຈຳປີ 2017 ແລະ ກຳນົດທິດທາງນຳພາໃນປີ 2018 ເຊິ່ງເປັນມື້ທີ່ມີຄວາມໝາຍສຳຄັນຢ່າງຍິ່ງເພາະເປັນການປະຕິບັດຫຼັກການຈັດຕັ້ງນຳພາຂອງພັກ ແນ
ໃສ່ປັບປຸງພັກທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ທັງເປັນການດຳເນີນຊີວິດການເມືອງພາຍໃນໃຫ້ເລິກເຊິ່ງຕາມແນວ ທາງມະຫາຊົນຂອງ
ພັກກໍຄື 5 ຫຼັກການ ກໍ່ສ້າງພັກ ແລະ 3 ທິດນຳ, ຈັດຕັ້ງພັກໃຫ້ມີຄວາມປອດໃສ, ໜັກແໜ້ນ-ເຂັ້ມແຂງ, ທັງເປັນການເສີມຂະຫຍາຍປະຊາທິປະໄຕພາຍ
ໃນພັກ.

     ກອງປະຊຸມ ທ່ານ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງ
ທັບໄດ້ ຂຶ້ນຜ່ານບົດສະຫຼຸບຕີລາຄາການນຳພາຂອງຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບປະຈຳປີ 2017 ແລະ ແຜນການນຳພາ
ປະຈຳປີ 2018 ໄດ້ຍົກໃຫ້ເຫັນວຽກງານທີ່ໄດ້ສຸມໃສ່ການຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໃຫ້ສະພາບການມີຄວາມສະຫງົບ 100%, ວຽກງານ
ປັບປຸງ-ກໍ່ສ້າງກຳລັງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດຂອງພະນັກງານ-ນັກຮົບດ້ວຍຫຼາຍຮູບການ
ຫຼາຍວິທີ ເປັນຕົ້ນຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສຳຄັນຂອງພັກ, ຂອງຊາດ, ຂອງກອງທັບ ແລະ ເຊື່ອມຊຶມບັນດາມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງຢ່າງ
ທົ່ວເຖິງ ແລະ ທັນເວລາ, ຈັດຕັ້ງນຳພາສ້າງຂະບວນການຕ່າງໆດ້ວຍບັນຍາກາດເບີກບານມ່ວນຊື່ນ, ຊຸກຍູ້ວຽກງານໂຄສະນາຜ່ານສື່ຕ່າງໆ, ກໍ່ສ້າງພັກ-ພະ
ນັກງານ, ນະໂຍບາຍ, ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີການປັບປຸງກໍ່ ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ,
ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ເຄົາລົບຫຼັກການນຳພາລວມສູນປະຊາທິປະໄຕເປັນໝູ່ຄະນະ, ການຂະຫຍາຍສະມາຊິກພັກຖືເອົາຄຸນ
ນະພາບເປັນສຳຄັນແທດເໝາະກັບຄວາມເປັນຈິງຂອງໜ່ວຍພັກແຕ່ລະກົມກອງ, ຂະຫຍາຍສະມາຊິກພັກໄດ້ 128 ສະຫາຍ, ເລື່ອນສຳຮອງຂຶ້ນສົມບູນ
ໄດ້ 162 ສະຫາຍ, ຍົກຍ້າຍ 181 ສະຫາຍ, ໄດ້ຮັບການ ເລື່ອນຊັ້ນທັງໝົດ 604 ສະຫາຍ, ວຽກງານນະໂຍບາຍໄດ້ອະນຸມັດພະນັກງານສ້າງຄອບຄົວ
54 ຄູ່, ສະຫຼຸບກໍ່ ສ້າງກອງອົບຮົມປັບປຸງລະບຽບແບບແຜນ ແລະ ກຳລັງພົນ, ຊີ້ນຳການສອນການຮຽນສົກຮຽນຢູ່ບັນດາ ວິທະຍາຄານ ທີ່ຂຶ້ນກັບ
ກົມໃຫຍ່ພະລາທິການ, ວຽກງານຮັບປະກັນພະລາທິການ, ການຮັບປະກັນການເງິນ, ເຊື້ອໄຟ, ອຸປະໂພກ-ບໍລິໂພກ, ເສນາຮັກ, ຂົນສົ່ງທັນເວລາຄົບຖ້ວນ
ຕາມລະບອບອັດຕາ, ຮັບປະກັນສຸຂະພາບ, ຜະລິດແກ້ໄຂຊີວິດການເປັນຢູ່ຜະລິດສ້າງລາຍຮັບ, ຄຸ້ມຄອງປົກປັກຮັກສາ ແລະ ພົວພັນຮ່ວມມືກັບຕ່າງປະ
ເທດ, ກອງປະຊຸມດັ່ງກ່າວຜູ້ເຂົ້າຮ່ວມໄດ້ພ້ອມກັນຂຶ້ນປະກອບຄຳເຫັນ, ເຫັນດີເປັນເອກະພາບຕໍ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການ, ຖອດຖອນ
ບົດຮຽນດ້ວຍກັນທາງດ້ານວຽກງານນຳພາການຈັດຕັ້ງປະຕິບັດຢູ່ໃນຂັ້ນຂອງຕົນ ເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າໃຫ້ດີກວ່າເກົ່າ.

     ໂອກາດນີ້ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ກໍໄດ້ມີຄຳເຫັນໂອ້ລົມໃນທີ່ປະຊຸມຮຽກຮ້ອງໃຫ້ຄະນະພັກ-ຄະ
ນະບັນຊາທຸກຂັ້ນຈົ່ງໄດ້ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດຍຶດໝັ້ນຕໍ່ອຸດົມການ, ທາດແທ້ ແລະ ມູນເຊື້ອປະຕິວັດຂອງພັກ ເອົາ
ວຽກງານສຶກສາອົບຮົມສອດຫ້ອຍເຂົ້າທຸກຂົງເຂດ ແລະ ເຊື່ອມເຂົ້າກັບແນວຄິດຂອງແຕ່ລະຄົນ, ຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ,
ແບ່ງບຸກຄົນຮັບຜິດຊອບ, ສະຫຼຸບຖອດຖອນບົດຮຽນເພື່ອປັບປຸງວຽກງານໃຫ້ມີການຫັນປ່ຽນຢ່າງແຂງແຮງຂຶ້ນ ສາມາດຕອບສະໜອງຄວາມຮຽກຮ້ອງ
ຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ປະກອບສ່ວນໂດຍກົງໃນການຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກເຮົາຕາມຈິດໃຈ
ຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ 4 ອົງຄະນະພັກກະຊວງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍກ້າວ
ຂຶ້ນໄປຢ່າງບໍ່ຢຸດຢັ້ງ.