ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດຈັດການແຂ່ງຂັນກີລາມິດຕະພາບ

   ເພື່ອຍູ້ແຮງຂະບວນການຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້
ຟົດຟື້ນແຂງແຮງນ້ັນຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດຈຶ່ງໄດ້ຈັດຕັ້ງການແຂ່ງຂັນກີລາເປຕັງມິດຕະພາບລະຫວ່າງຄະນະຊາວໜຸ່ມ 8 ພາກສ່ວນ ຊີງຂັນຫົວໜ້າ
ກົມໃຫຍ່ການເມືອງກອງທັບຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2018 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງ
ພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດ, ບັນດາຄະນະ
ນຳຊາວໜຸ່ມ 8 ພາກສ່ວນ, ແຂກຖືກເຊີນຕະຫຼອດຮອດຄະນະກຳມະການ, ນັກກີລາ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງສຳຜັດມືຄະນະນຳແລະນັກກີລາຈາກ 8 ພາກສ່ວນ

   ພັນໂທ ສຸດໃຈ ມະຫາວົງ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮອງຫົວໜ້າຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດ ຂຶ້ນລາຍ
ງານແຜນການກະກຽມ ແລະ ກ່າວເປິດການແຂ່ງຂັນຂຶ້ນຢ່າງເປັນທາງການ. ທັງນີ້ກໍເພື່ອເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນວັນປະຫວັດສາດຂອງ
ຊາດ, ຂອງພັກ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີຄວາມໝາຍເລິກເຊ່ິງ ອີກດ້ານໜ່ຶງກໍເພ່ືອເປັນການເສີມ
ຂະຫຍາຍຮັດແໜ້ນຄວາມສາມັກຄີລະຫວ່າງຂັ້ນເທິງກັບຂັ້ນລຸ່ມ, ບັນດາຊາວໜຸ່ມ 8 ພາກສ່ວນທີ່ມີຢູ່ແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ເປັນການສ້າງໂອກາດ
ເງື່ອນໄຂໃຫ້ຄະນະຊາວໜຸ່ມ, ພະນັກງານ-ສະມາຊິກຊາວໜຸ່ມ ແລະ ນັກກີລາແຕ່ລະພາກສ່ວນໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງເປັນການສົ່ງເສີມການ
ຫຼິ້ນກີລາໃຫ້ຕິດພັນກັບຂະບວນການຂອງຊາວໜຸ່ມໃຫ້ນັບມື້ກວ້າງຂວາງຍິ່ງໆຂຶ້ນ. ສຳລັບການແຂ່ງຂັນກີລາເປຕັງມິດຕະພາບໃນຄັ້ງນີ້ມີຄະນະຊາວໜຸ່ມ 8 ພາກສ່ວນເຂົ້າ
ຮວ່ມຄື: ກະຊວງປ້ອງກັນປະເທດ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກີລາ, ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫຼວງວຽງຈັນ, ທະນາຄານແຫ່ງ
ສປປ ລາວ, ກະ ຊວງກະສິກຳປ່າໄມ້ ແລະ ບໍລິສັດ KPS. ຜ່ານການດຳເນີນການແຂ່ງຂັນຕົວຈິງທີມທີ່ໄດ້ຮັບລາງວັນຊະນະເລີດແມ່ນບໍລິສັດ KPS, ທີ 2 ກະຊວງສາທາ
ລະນະສຸກ, ທີ 3 ທະນາຄານແຫ່ງ ສປປ ລາວ, ທີ 4 ກະຊວງປ້ອງກັນຄວາມສະຫງົບ. ຈາກນັ້ນກໍໄດ້ມອບເງິນລາງວັນ ແລະ ຂັນໃຫ້ແກ່ອັນດັບທີ 1, ທີ 2, ທີິ 3, ທີ 4
ແລະ ລາງ ວັນຊົມເຊີຍໃຫ້ແຕ່ລະທີມຢ່າງເໝາະສົມ ເຊິ່ງໃຫ້ກຽດມອບໂດຍ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຄະ ນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ.