ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງເຊື່ອມຊຶມມະຕິ
ກອງປະຊຸມໃຫຍ່ຄົບຄະນະ ຄັ້ງທີ V ສະໄໝທີ X ຂອງສູນກາງພັກ

     ໃນຕອນເຊົ້າຂອງວັນທີ 29-30 ພະຈິກ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມເຊື່ອມ
ຊຶມມະຕິກອງປະຊຸມໃຫຍ່ຄົບຄະນະ ຄັ້ງທີ V ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ X ຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ພັນເອກ ວຽງໄຊ
ສົມວິຈິດ ເລຂາຄະນະພັກຮາກຖານ, ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບເຂົ້າຮ່ວມ.


ພັນເອກ ວຽງໄຊ ສົມວິຈິດ ເປັນປະທານກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄົບຄະນະ ຄັ້ງທີ V ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

     ກອງປະຊຸມໄດ້ນຳເອົາເອກະສານ 3 ບົດ ມາເຜີຍແຜ່ເຊື່ອມຊຶມ ແລະ ຄົ້ນຄວ້າ ເປັນຕົ້ນແມ່ນບົດທີ 1: ຕີລາຄາຜົນຂອງການຈັດຕັ້ງປະຕິບັດມະຕິ IV
ທີ່ຜ່ານມາ. ບົດທີ 2: ການເພີ້ມທະວີຄຸ້ມຄອງ ແລະ ພັດທະນາທີ່ດິນ. ບົດທີ 3: ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ໄດ້ສັງ
ລວມຄືນເຖີງພື້ນຖານເສດຖະກິດຊີວິດການເປັນຢູ່ນັບມື້ດີຂຶ້ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມສະຫງົບໂດຍພື້ນຖານ, ວຽກງານ
ພົວພັນຮ່ວມມືສາກົນເຫັນວ່າມີທ່າກ້າວຂະຫຍາຍຕົວດີ, ວຽກງານຄຸ້ມຄອງທີ່ດິນແຫ່ງຊາດຂອງພັກ ເພື່ອໃຫ້ການນຳໃຊ້ທີ່ດິນໃຫ້ຖືກຕາມທິດສີຂຽວ
ແລະ ຍືນຍົງ ເພື່ອຜົນປະໂຫຍດລວມຂອງຊາດ ປະກອບສ່ວນພັດທະນາເສດຖະກິດສັງຄົມໃຫ້ມີຄວາມເຂັ້ມແຂງຂຶ້ນ, ການສົ່ງເສີມການລົງທຶນ, ສົ່ງເສີມ
ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອເປັນຈຸລັງໃນການຂັບເຄື່ອນເສດຖະກິດລວມຂອງຊາດໃຫ້ມີການຈະເລີນຂະຫຍາຍຮອດປີ 2020 ໃຫ້
ປະຊາຊົນລາວຫຼຸດພົ້ນອອກຈາກຄວາມທຸກຍາກ ສ້າງວຽກເຮັດງານທຳ ສ້າງບຸກຄະລາກອນ ແລະ ແຫຼ່ງທຶນໃຫ້ມີຄວາມກົມກຽວກັນ ບຸກຄະລາກອນມີ
ຄວາມຮູ້ຄວາມສາມາດຈາກເງື່ອນໄຂດັ່ງກ່າວຈິ່ງສາມາດພາປະເທດຊາດໄປສູ່ຄວາມສີວິໄລຂຶ້ນ.


ພັນເອກ ວຽງໄຊ ສົມວິຈິດ ກ່າວໃນກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄົບຄະນະ ຄັ້ງທີ V ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

     ຕອນທ້າຍໃນພິທີ ທ່ານ ພັນເອກ ວຽງໄຊ ສົມວິຈິດ ໄດ້ຕີລາຄາຄວາມໝາຍຄວາມສຳຄັນຂອງການຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ໃຫ້ພະນັກງານນັກຮົບ
ທົ່ວກົມຮັບຊາບ ເພາະວ່າມະຕິທີ່ນຳມາເຊື່ອມຊຶມເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ໄປຕາມທິດຊີ້ນຳຂອງຂັ້ນເທິງ ສ້າງຄວາມເຂົ້າໃຈ
ເປັນເອກະພາບກັນຕາມຈຸດປະສົງ ແລະ ຄາດໝາຍຂອງສູນກາງພັກ ເພື່ອສຶກສາອົບຮົມການເມືອງນຳພາແນວຄິດໃຫ້ໜັກແໜ້ນເຂັ້ມແຂງ, ທັບມ້າງປະກົດ
ການຫຍໍ້ທໍ້ກົດໜ່ວງຖ່ວງດຶງ, ສໍ້ລາດບັງຫຼວງໃນຖັນແຖວສະມາຊິກພັກໃຫ້ຫຼຸດໜ້ອຍຖອຍລົງ ຂົງເຂດການເມືອງແນວຄິດມີທ່າກ້າວຂະຫຍາຍຕົວດີຂຶ້ນ.