ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຫ້ອງການທົ່ວກອງທັບ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຫ້ອງການທົ່ວກອງທັບໄດ້ໄຂຂຶ້ນໃນວັນທີ 29 ພະຈິກ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິ
ການກອງທັບ ໂດຍການເປັນປະທານຂອງ ທ່ານ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ,
ມີບັນດາຄະນະພັກ-ຄະນະບັນຊາ ພ້ອມດ້ວຍບັນດາພະນັກງານທີ່ເຮັດວຽກງານຫ້ອງການ, ສັງລວມທີ່ມາຈາກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນເຂົ້າຮ່ວມ.


ົນຕີ ຄຳສີ ວົງຄຳຊາວ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຫ້ອງການທົ່ວກອງທັບ

     ໃນໂອກາດກ່າວເປີດກອງປະຊຸມ ທ່ານ ພົນຕີ ຄຳສີ ວົງຄຳຊາວ ໄດ້ກ່າວວ່າ: ກອງປະຊຸມວຽກງານຫ້ອງການທົ່ວກອງທັບໄດ້ໄຂຂຶ້ນໃນທ່າມກາງບັນຍາ
ກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາ
ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ເຂົ້າສູ່ຊີວິດຕົວຈິງ. ພາຍໃນກອງທັບເຮົາກໍພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກະ
ຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າສູ່ຊີວິດຕົວຈິງຂອງກົມກອງ. ໄປພ້ອມໆກັບຂະບວນການສ້າງຜົນງານໃນດ້ານຕ່າງໆ ເພື່ອ
ຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນປີ
2019 ນີ້ ຢ່າງເປັນຂະບວນກວ້າງຂວາງ, ຟົດຟື້ນຕໍ່ເນື່ອງ.

     ກອງປະຊຸມ, ຈະໄດ້ປຶກສາຫາລືບັນຫາທີ່ສຳຄັນທີ່ພົວພັນເຖິງເນື້ອໃນການປັບປຸງ ແລະ ພັດທະນາຫ້ອງການໃນຊຸມປີຕໍ່ໜ້າ, ເປັນຕົ້ນແມ່ນຈະໄດ້ພ້ອມ
ກັນສະຫຼຸບຕີລາຄາ, ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຫ້ອງການໃນໄລຍະຜ່ານມາ ແລະ ກຳນົດທິດທາງວຽກງານຕໍ່ໜ້າດ້ວຍຈິດໃຈບຸກທະ
ລຸທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກໃຫ້ປາກົດຜົນເປັນຈິງ. ພ້ອມດຽວກັນນັ້ນກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍ
ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຫ້ອງວ່າການກະຊວງປ້ອງກັນປະເທດ, ຂໍ້ກຳນົດຂອງກະຊວງປ້ອງກັນປະເທດສະບັບເລກທີ 374/ ກປທ,
ດຳລັດວ່າດ້ວຍເອກະສານທາງການ ແລະ ຄຳແນະນຳກ່ຽວກັບການຈັດຕັ້ງ ປະຕິບັດດຳລັດວ່າດ້ວຍເອກະສານທາງການ, ເຜີຍແຜ່ວຽກງານພິທີການ ແລະ
ຮັບຟັງການສະເໜີບາງບົດຮຽນ ແລະ ພຶດຕິກຳຕົວຈິງກ່ຽວກັບວຽກງານ ສັງລວມຂອງການນຳຫ້ອງວ່າ ການກະຊວງປ້ອງກັນປະເທດ ແລະ ບົດຮຽນຕ່າງໆ
ຈາກບັນດາຫ້ອງການກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຈຳນວນໜຶ່ງ.