ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນນັກຮົບເກົ່າລາວ-ຈີນ ເພີ່ມທະວີການພົວພັນຮ່ວມມື

     ການພົບປະສອງຝ່າຍລະຫວ່າງສະຫະພັນນັກຮົບເກົ່າແຫ່ງຊາດລາວ ກັບຄະນະຜູ້ແທນນັກຮົບເກົ່າແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2016
ນີ້, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ປະເທດເຮົາ ເຊິ່ງຄະນະຝ່າຍລາວນຳໂດຍສະຫາຍ ພົນຈັດຕະວາ ສົມພອນ
ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມຄະນະ ແລະຝ່າຍ ສປ ຈີນ ນຳໂດຍສະຫາຍ ພັນເອກຫຼູເຈິນກຸ້ຍ ພ້ອມດ້ວຍຄະນະ.

                                
                                                            

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ພັນເອກ ຫຼູເຈິນກຸ້ຍ ພ້ອມດ້ວຍຄະນະຢ່າງ
ອົບອຸ່ນ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນການຮ່ວມມືສາມັກຄີຮອບດ້ານລະຫວ່າງສອງພັກສອງລັດ ແລະປະຊາຊົນສອງຊາດເວົ້າລວມ ເວົ້າສະເພາະ
ການພົວພັນຮ່ວມມືລະຫວ່າງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະນັກຮົບເກົ່າແຫ່ງ ສປ ຈີນ ທີ່ນັບມື້ນັບມີບາດກ້າວເພີ່ມທະວີຂຶ້ນ ທັງເປັນໄລຍະ
ແຫ່ງການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ,ຈີນ-ລາວ ຄົບຮອບ 55 ປີ (25/4/1961-25/4/2016)ດ້ວຍ
ຄວາມເອກອ້າງທະນົງໃຈ ແລະເບິກບານມ່ວນຊື່ນ ເຊິ່ງມັນໄດ້ມີຄວາມໝາຍທາງດ້ານປະຫວັດສາດໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ວ່າສາຍພົວພັນຮ່ວມມືອັນດີ
ງາມນີ້ໄດ້ມີມາແຕ່ດົນນານແລ້ວ ແລະຈະຍິ່ງນັບມື້ເພີ່ມທະວີ ແລະເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດຽວກັນນີ້, ທ່ານ ພັນເອກ ຫຼູເຈິນກຸ້ຍ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນມາຍັງສະຫະພັນນັກຮົບເກົ່າແຫ່ງ
ຊາດລາວ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງລາວ-ຈີນ ນັບມື້ນັບເພີ່ມທະວີຂຶ້ນເລື້ອຍໆ.