ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບ ຊຸດທີ IV

     ພິທີປິດຊຸດອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບຊຸດທີ IV ທີ່ເປີດຂຶ້ນຢູ່ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ອັດລົງໃນວັນທີ 18 ພະຈິກ
2016 ຜ່ານມານີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງເຊບັ້ງໄຟ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສອນທອງ ພົມ
ລາວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ຄະນະພັກກະຊວງ
ປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ຄະນະນຳກອງ “ກ 4” ຄະນະຈັດຕັ້ງແຂວງ, ຫ້ອງວ່າການປົກຄອງແຂວງ, ຄະນະ
ໂຄສະນາອົບຮົມແຂວງ, ກອງບັນຊາການ ປກຊ-ປກສ ແຂວງຄຳມ່ວນ ແລະເມືອງເຊບັ້ງໄຟ ບັນດາສະຫາຍພະນັກງານທີ່ເຂົ້າຮ່ວມອົບຮົມວຽກງານຈັດ
ຕັ້ງພັກທີ່ມາຈາກກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະກຳລັງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

                                
                                                             

     ໂດຍປະຕິບັດຕາມແຜນການອົບຮົມຂອງກົມຈັດຕັ້ງພັກ ດັ່ງນັ້ນກົມໃຫຍ່ການເມືອງກອງທັບໄດ້ອະນຸ ມັດໃຫ້ຄະນະຮັບຜິດຊອບ ເປັນເຈົ້າການປະ
ສານສົມທົບກັບຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຄຳມ່ວນ, ເພື່ອສ້າງແຜນການແຕ່ງຕັ້ງຄະນະຊີ້ນຳອະນຸກຳມະການຮັບຜິດຊອບ
ໃນດ້ານຕ່າງໆຂຶ້ນ, ສ່ວນພະນັກງານເຝິກອົບຮົມວຽກງານຈັດຕັ້ງພັກຊຸດນີ້ ແມ່ນໄດ້ຮັບການຄັດເລືອກມາຈາກບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ
ກຳລັງປ້ອງກັນຄວາມສະຫງົບ, ເຊິ່ງມີຈຳນວນທັງໝົດ 70 ສະຫາຍ ຜ່ານການກະກຽມ ແລະເຝິກອົບຮົມມາແຕ່ວັນທີ 25 ຕຸລາ ຫາ 18 ພະຈິກ 2016
ຈຶ່ງໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ຕໍ່ຜົນສຳເລັດດັ່ງກ່າວ ສາມາດສັງລວມໄດ້ຄວາມຮັບຮູ້ຄວາມເຂົ້າໃຈດ້ານເນື້ອໃນເອກະສານຂອງພະນັກ
ງານເຝິກອົບ ຮົມໄດ້ດັ່ງນີ້: ພາກທິດສະດີສະເລ່ຍຂັ້ນດີ 90,5%, ຄາດໝາຍ 10,5%, ພາກປະຕິບັດຕົວຈິງຂັ້ນດີ 75,5%, ຄາດໝາຍ 20,5%.

     ໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ເຂົ້າຮັບການອົບຮົມ ແລະມອບໃບສົມມະນາຄຸນຂອງກົມໃຫຍ່ການເມືອງກອງທັບໃຫ້ພາກສ່ວນອຸປະຖຳຈຳ
ນວນ 5 ໃບ, ຂອງກອງບັນຊາການທະຫານແຂວງຄຳມ່ວນ 3 ໃບ, ມອບໃບຍ້ອງຍໍຂອງເຈົ້າແຂວງໆຄຳມ່ວນໃຫ້ຄະນະຊີ້ນຳ ແລະຄູເຝິກຈຳນວນ 11 ໃບ,
ມອບໃບຍ້ອງຍໍຂອງກອງບັນຊາການທະຫານແຂວງໃຫ້ພາກສ່ວນຮັບໃຊ້ 24 ໃບ.