ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ບໍລິສັດມິດຕະພາບ 206

     ໃນວັນທີ 21 ພະຈິກ 2016 ນີ້, ກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີປະດັບຫຼຽນໄຊ ແລະມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນ
ຂອງບໍລິສັດ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດ ນາມໃນໂອກາດຄົບຮອບ 10 ປີຂອງການສ້າງຕັ້ງບໍລິສັດ, ເປັນກຽດເຂົ້າຮ່ວມ ແລະຕາງ
ໜ້າໃຫ້ແກ່ກະຊວງປ້ອງກັນປະເທດ ໂດຍແມ່ນ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ການເມືອງກອງທັບ, ເຂົ້າຮ່ວມໃນພິທີມີສະຫາຍຄະນະປະຈຳພັກເຂດ 5 ກອງທັບປະຊາຊົນຫວຽດນາມ, ພ້ອມດ້ວຍຄະນະນຳຈາກກອງ
“ກ5” ກອງບັນຊາການທະຫານ 4 ແຂວງພາກໃຕ້, ອຳນາດການປົກຄອງທ້ອງຖິ່ນຈາກແຂວງ, ເມືອງ ແລະພະນັກງານວິຊາການພາຍໃນບໍລິສັດເຂົ້າຮ່ວມ.

                                
                                                            ນຕີວິໄ ຫຼ້າຄຟອງ ປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ບໍລິສັດມິດຕະພາບ 206

     ພັນເອກ ສີທາ ດວງມາລາ ຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າ
ດ້ວຍການຍ້ອງຍໍໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນ ໃນນີ້ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງລວມໝູ່ມີ 1 ກົມກອງ, ຫຼຽນໄຊພິລະ
ອາດຫານຊັ້ນ III ໃຫ້ບຸກຄົນຈຳນວນ 5 ສະຫາຍ, ໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງກອງທັບໃຫ້ລວມໝູ່ມີ 4 ກົມກອງ, ໃຫ້ບຸກຄົນ10 ສະຫາຍ. ຍ້ອງ
ຍໍຈາກທ່ານເຈົ້າແຂວງໆຈຳປາສັກ ໃນນີ້ລວມໝູ່ມີ 2 ກົມກອງ ແລະຍ້ອງຍໍບຸກຄົນຈຳນວນ 12 ສະຫາຍ.

     ໃນການປະດັບ ແລະມອບໃບຍ້ອງຍໍຄັ້ງນີ້ ກໍ່ເພື່ອເປັນການສະແດງເຖິງຜົນງານການປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາ ແລະສ້າງສາ
ພັດທະນາປະເທດຊາດເວົ້າລວມ ເວົ້າສະເພາະກໍແມ່ນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອກໍ່ສ້າງຢູ່ບັນດາຂົງເຂດວຽກງານ 4 ແຂວງພາກໃຕ້ ເປັນ
ຕົ້ນແມ່ນການຊ່ວຍເຫຼືອກໍ່ສ້າງໂຮງ ຮຽນປະຖົມບ້ານກົງຕຸນ, ສ້າງອະນຸສາວາລີຮ່ວມສຳພັນສູ້ຮົບຢູ່ເມືອງປາກຊ່ອງ, ສ້າງເຮືອນພັກຂອງກອງບັນຊາການ,
ສະໜາມຝືກແອບກອງ “ກ 5”, ເຮືອນຮູບຈຳລອງ, ສ້າງຫໍມູນເຊື້ອກອງ “ກ 5” ແລະໂຄງການອື່ນໆອີກທັງນີ້ກໍ່ເພື່ອເປັນການຮັດແໜ້ນຄວາມສາມັກຄີ
ແລະການພົວພັນຮ່ວມມືແບບພິເສດລະຫວ່າງສອງພັກສອງລັດ ສອງກອງທັບ ກໍຄືສອງຊາດລາວ-ຫວຽດນາມ ຫວຽດນາມ-ລາວ.