ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ຫົວໜ້າການທະຫານ
ກອງບັນຊາການທະຫານແຂວງຫຼວງພະບາງ ຜູ້ເກົ່າ ແລະ ຜູ້ໃໝ

     ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າການທະຫານກອງບັນຊາການ ຜູ້ເກົ່າ ແລະ ຜູ້ໃໝ່ ໃດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ພະ
ຈິກ 2016 ນີ້, ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະລິນຍາເອກ ບົວຄົງ ນາມມະວົງ ກຳມະການ
ສຳຮອງສູນກາງພັກຮອງເລຂາພັກແຂວງ ຮອງເຈົ້າແຂວງແຂວງຫຼວງພະບາງ, ໃນພິທີມີ ພົນຈັດຕະວາ ບຸນຈັນ ວິໄລຈິດ ອະດີດຫົວໜ້າການທະຫານກອງ
ບັນຊາການແຂວງຫຼວງພະບາງ, ມີພັນເອກ ຄຳຫຼ້າ ວົງວິໄລ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການທະຫານກອງບັນຊາການທະຫານແຂວງຜູ້ໃໝ່
ພ້ອມດ້ວຍຄະນະພັກ-ຄະນະບັນຊາຫົວໜ້າຫ້ອງ ຮອງຫ້ອງຫົວໜ້າພະແນກ 5 ຫ້ອງອ້ອມຂ້າງ, ມີຄະນະຈັດຕັ້ງແຂວງ, ຫ້ອງວ່າການປົກຄອງແຂວງເຂົ້າຮ່ວມ.

                                
                                                

     ທ່ານ ພົນຈັດຕະວາ ບຸນຈັນ ວິໄລຈິດ ອະດີດຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງຜູ້ເກົ່າ ໄດ້ຕີລາຄາຄືນຜ່ານການຈັດຕັ້ງ
ປະຕິບັດວຽກງານຮອບດ້ານພາຍໃນກອງບັນຊາການທະຫານ ແຂວງໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ການ
ຄຸ້ມຄອງພາຫະນະອາວຸດກະສູນ ວຽກງານພັກ-ວຽກງານພະນັກງານ, ວຽກງານພະລາທິການໃຫ້ຫົວໜ້າການທະຫານຜູ້ໃໝ່ ແລະຄະນະໄດ້ຮັບຮູ້ໂດຍຫຍໍ້
ແລະທິດທາງແຜນການວຽກງານຈຳນວນໜຶ່ງທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດ ພ້ອມທັງຜ່ານບົດບັນທຶກລົງນາມວ່າດ້ວຍການມອບ-ຮັບ
ໜ້າທີ່ລະຫວ່າງຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ຜູ້ເກົ່າ ແລະຜູ້ໃໝ່ ຢ່າງເປັນທາງການ.

     ພິທີຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ປະລິນຍາເອກ ບົວຄົງ ນາມມະວົງ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງການປັບປຸງບູລະນະການຈັດຕັ້ງແມ່ນກົດເກນ
ຫຼັກການຂອງພັກເຮົາ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ກໍ່ຄືສະເພາະໜ້າ ແລະຍາວນານຂອງກົມກອງ ອີງໃສຜົນງານ ແລະ
ຄຸນງາມ ຄວາມດີຂອງບັນດາສະຫາຍ, ສະນັ້ນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຕ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນໃນການຈັດຕັ້ງປະຕິບັດ
ໜ້າທີ່ວຽກງານໃຫ້ສູງຕື່ມອີກກ້າວໜຶ່ງ ຕ້ອງເປັນແບບຢ່າງທີ່ດີໃນການ ເຄື່ອນໄຫວເຮັດໜ້າທີ່ວຽກງານ ແລະການດຳລົງຊີວິດປອດໃສຂາວສະອາດ ພ້ອມ
ກັນເສີມຂະຫຍາຍຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເລິກເຊິງ ມີແບບແຜນວິທີເຮັດວຽກນຳພາທີ່ດີ ແລະພ້ອມກັນສືບຕໍ່ນຳພາກົມກອງເຮັດສຳເລັດໜ້າ
ທີ່ດ້ວຍໝາກຜົນອັນຈົບງາມ.