ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມກອງເລຂານຸການຄະນະກຳມະການຮ່ວມມືຮັກສາ
ຄວາມສະງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 23

     ກອງປະຊຸມກອງເລຂານຸການຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 23 ໄດ້ໄຂຂຶ້ນຢູ່ທີ່ນະ
ຄອນຫຼວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 24-27 ພະ ຈິກ 2016 ນີ້, ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວ
ໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ, ທ່ານ ພົນໂທ ຄຳຣົນ ເຄຣືອວິດຊະນາຈານ ເຈົ້າກິດຈະການຊາຍແດນກອງທັບໄທ, ມີບັນ
ດາອານຸກຳມະການທັງສອງພາກສ່ວນເຂົ້າຮ່ວມ.

                                
                           ພົນຈັດຕະວາ ສີພັນ ພຸດທະວົງ ເປັນປະທານກອງປະຊຸມກອງເລຂານຸການຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 23

     ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ
ລາວ-ໄທ ຄັ້ງທີ 23 ທີ່ຈະຈັດຂຶ້ນໃນມໍ່ໆນີ້ ທັງສອງຝ່າຍໄດ້ພ້ອມກັນຄົ້ນຄວ້າ ແລະເປັນເອກະພາບບາງເນື້ອໃນທີ່ທັງສອງຝ່າຍເຫັນດີຮ່ວມກັນ ເພື່ອຮັບປະ
ກັນເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບຮຽບຮ້ອຍຕາມຊາຍແດນໃຫ້ມີຄວາມໜັກແໜ້ນຫັດກຸມ, ພ້ອມກັນນັ້ນທັງສອງຝ່າຍຍັງໄດ້ທົບທວນຄືນຜົນ
ການຈັດຕັ້ງປະຕິບັດກອງປະຊຸມຂອງກອງເລຂາການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຄັ້ງທີ່ຜ່ານມາ ເພື່ອສົ່ງເສີມການຮ່ວມມືຖານ
ບ້ານໃກ້ເຮືອນຄຽງ ແລະພ້ອມກັນປຶກສາຫາລືແລກປ່ຽນຊອກຫາວິທີການດັດແປງແກ້ໄຂປະກົດການຫຍໍ້ທໍ້ຈຳນວນໜຶ່ງ ເປັນຕົ້ນແມ່ນການຍົກ ຍ້າຍຖິ່ນ
ຖານຕາມລຳພັງ, ການຈົດທະບຽນແຕ່ງງານທີ່ບໍ່ຖືກຕ້ອງ, ບັນຫາການຄ້າຂາຍເຖື່ອນທີ່ຜິດຕໍ່ກົດໝາຍບ້ານເມືອງທັງສອງປະເທດ, ການພົວພັນຮ່ວມມື
ຊ່ວຍເຫຼືອປ້ອງກັນຮັກສາບັນຫາຕາຝັ່ງເຈື່ອນ ແລະການແກ້ໄຂການລັກລອບດູດຊາຍຕາມລຳແມ່ນ້ຳຂອງ, ການແລກປ່ຽນວັດທະນະທຳ ແລະກີລາລະ
ຫວ່າງສອງກອງທັບ ລາວ-ໄທ ແລະບັນຫາອື່ນໆ.

     ໂອກາດນີ້, ທັງສອງຝ່າຍຍັງໄດ້ລົງນາມເຊັນສັນຍາບັນທຶກຄວາມເຂົ້າໃຈຮ່ວມກັນຂອງກອງເລຂານຸ ການກຳມະການຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ເພື່ອກະກຽມໃຫ້ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ
ລາວ-ໄທ ຄັ້ງທີ 23 ທີ່ຈະຈັດຂຶ້ນຢ່າງເປັນທາງການໃນມໍ່ໆນີ້ອີກຄັ້ງ.